ປາແລັດສະຕິນ ຄັດຄ້ານ ອິດສະຣາແອັນ ທຳລາຍບັນດາຮາກຖານດຳເນີນທຸລະກິດຢູ່ Jerusalem

(VOVWORLD) -  ວັນທີ 21 ພະຈິກ, ທ່ານ Ahmad Abu Holy ຫົວໜ້າຄະນະບັນດາບັນຫາກ່ຽວກັບຊາວລີ້ໄພຂອງອົງການປົດປ່ອຍ ປາແລັດສະຕິນ (PLO) ໄດກ່າວປະນາມເລື່ອງ ອິດສະຣາແອັນ ທຳລາຍຮາກຖານດຳເນີນທຸລະກິດກ່ວາ 20 ແຫ່ງຢູ່ຄ້າຍລີ້ໄພ Shuafat, ຢູ່ພາກຕາເວັນອອກ Jerusale ໃນຕອນເຊົ້າຂອງວັນດຽວກັນ.

        ຕຳຫລວດປະເທດນີ້ຢັ້ງຢືນວ່າ ໄດ້ຮື້ຖອນ “ຮາກຖານດຳເນີນທຸລະກິດ 18 ແຫ່ງ ແລະ ປ້ຳນ້ຳມັນຜິດກົດໝາຍ 3 ແຫ່ງ” ຢູ່ຄ້າຍລີ້ໄພ Shuafat, ເຊິ່ງແມ່ນສະຖານທີ່ຄາດຄະເນວ່າ ມີຊາວ ປາແລັດສະຕິນ ພວມດຳລົງຊີວິດຢູ່ປະມານ 24.000 ຄົນ. ກຳລັງເຈົ້າໜ້າທີ່ ອິດສະຣາແອັນ ໄດ້ນຳໃຊ້ລົດຈົກຫລາຍຄັນທຳລາຍບັນດາເຄຫະສະຖານດັ່ງກ່າວ, ໃນຂະນະທີ່ຕຳຫລວດກຳລັງປິດຂົງລ້ອມເຂດດັ່ງກ່າວ. ໃນຖະແຫຼງການສະບັບໜຶ່ງທີ່ສົ່ງໃຫ້ສຳນັກຂ່າວສານທາງການຂອງ ປາແລັດສະຕິນ WAFA, ທ່ານ Abu Holy ຖືວ່າ: ການກະທຳດັ່ງກ່າວຂອງ ອິດສະຣາແອັນ ແມ່ນ “ການກະທຳກໍ່ສົງຄາມ ແນໃສ່ຄ້າຍລີ້ໄພ ດ້ວຍເຫດຜົນບໍ່ມີໃບອະນຸຍາດກໍ່ສ້າງ”. ທ່ານ Abu Holy ເນັ້ນໜັກວ່າ “ນີ້ແມ່ນການກະທຳທີ່ເປັນອັນຕະລາຍ, ມີລະບົບ ແລະ ແມ່ນສ່ວນໜຶ່ງໃນການກະທຳປັດເຂ່ຍເຊືື້ອຊາດຜິວພັນຂອງ ອິດສະຣາແອັນ ຢູ່ Jerusale” .

ຕອບກັບ

ຂ່າວ/ບົດ​ອື່ນ