ປາແລັດສະຕິນ ຄັດຄ້ານຄຳກ່າວປາໄສຂອງເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອິດສະລາແອັນ ກ່ຽວກັບເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ

(VOVWORLD) - ທ່ານ David Friedman ກ່າວວ່າ ອິດສະລາແອັນ ຖືກຕ້ອງເມື່ອໂຮມບັນດາເຂດດິນແດນຢູ່ຝັ່ງຕາເວັນຕົກເຂົ້າກັນ ແລະ ຖິ້ມໂທດໃສ່ອຳນາດການປົກຄອງ ປາແລັດສະຕິນ.

ວັນທີ 09 ມິຖຸນາ, ກະຊວງການຕ່າງປະເທດ ປາແລັດສະຕິນ ປະກາດວ່າ ມີແຜນການຟ້ອງຮ້ອງທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອິດສະລາແອັນ David Friedman ຂຶ້ນສານອາຍາສາກົນ (ICC) ຍ້ອນຄຳກ່າວປາໄສຂອງທ່ານນີ້ ທີ່ຖືວ່າ: ເລື່ອງ ອິດສະລາແອັນ ໂຮມບັນດາເຂດດິນແດນຢູ່ຝັ່ງຕາເວັນຕົກຂອງ ປາເລັດສະຕິນ ເຂົ້າກັນແມ່ນ “ຖືກຕ້ອງຕາມກົດໝາຍ”. ໃນແຈ້ງການສື່ມວນຊົນ, ກະຊວງການຕ່າງປະເທດ ປາແລັດສະຕິນ ໄດ້ພັນລະນາຄຳກ່າວປາໄສຂອງທ່ານ David Friedman ທີ່ສ່ອງແສງຄວາມລຳອຽງຂອງ ອາເມລິກາ ສຳລັບການກະທຳຢຶດຄອງຂອງ ອິດສະລາແອັນ.

ປາແລັດສະຕິນ ຄັດຄ້ານຄຳກ່າວປາໄສຂອງເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອິດສະລາແອັນ ກ່ຽວກັບເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ - ảnh 1ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອິດສະລາແອັນ David Friedman (ພາບ: AFP/TTXVN

        ກ່ອນໜ້ານັ້ນໃນວັນທີ 08 ມິຖຸນາ, ເມື່ອຕອບສຳພາດໜັງສືພິມ The New York Times, ທ່ານ David Friedman ກ່າວວ່າ ອິດສະລາແອັນ ຖືກຕ້ອງເມື່ອໂຮມບັນດາເຂດດິນແດນຢູ່ຝັ່ງຕາເວັນຕົກເຂົ້າກັນ ແລະ ຖິ້ມໂທດໃສ່ອຳນາດການປົກຄອງ ປາແລັດສະຕິນ ກ່ຽວກັບສະພາບຈົນຕາແຈຄືໃນປັດຈຸບັນໃນວິວັດທະນາການເພື່ອສັນຕິພາບກັບ ອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ