ປາແລດສະຕິນ ຄັດຄ້ານແຜນການເປີດກ້ວາງເຂດຕັ້ງຖິ່ນຖານຄົງທີ່ ອິດສະຣາແອນ

(VOVWORLD) - ຖະແຫຼງຂ່າວຂອງກະຊວງການຕ່າງປະເທດ ປາແລດສະຕິນ ເນັ້ນໜັກເຖິງເລື່ອງເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງອິດສະຣາແອນ...
ປາແລດສະຕິນ ຄັດຄ້ານແຜນການເປີດກ້ວາງເຂດຕັ້ງຖິ່ນຖານຄົງທີ່ ອິດສະຣາແອນ - ảnh 1ເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ Maale Adumim
(ພາບ:AFP/TTXVN)

ວັນທີ 21 ເມສາ, ລັດຖະບານ ປາແລດສະຕິນ ໄດ້ຄັດຄ້ານແຜນການໃໝ່ຂອງ ອິດສະຣາແອນ ເພື່ອແນໃສ່ເປີດກ້ວາງເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດ Jerusalem ຕາເວັນອອກ ແລະ ສະໜອງດ້ານການເງິນເພື່ອສ້າງຖະໜົນຫົນທາງໃຫ້ແກ່ເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ ທີ່ພວມຖືກ ຢຶດຄອງ. ຖະແຫຼງຂ່າວຂອງກະຊວງການຕ່າງປະເທດ ປາແລດສະຕິນ ເນັ້ນໜັກເຖິງເລື່ອງເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງອິດສະຣາແອນ ຢູ່ເຂດດິນແດນຖືກຢຶດຄອງ ຂອງ ປາແລດສະຕິນ ຈະທຳລາຍກາລະໂອກາດ ເພື່ອສ້າງຕັ້ງລັດ ປາແລດສະຕິນ ຄືນໃໝ່ຢູ່ບັນດາເຂດນີ້. ແຈ້ງການໄດ້ຊີ້ແຈ້ງເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອນ ແມ່ນ “ຜິດກົດໝາຍພາຍໃຕ້ທຸກຮູບແບບ”, ເຖິງວ່ານັ້ນແມ່ນການສ້າງເຮືອນຢູ່ໃໝ່ ຢູ່ Jerusalem ຫຼື ສະໜອງການເງິນເພື່ອກໍ່ສ້າງຖະໜົນຫົນທາງຢູ່ບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດ ຕາເວັນຕົກແມ່ນ້ຳຈໍແດນ ທີ່ພວມຖືກ ຢຶດຄອງ ກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ