ປາແລັດສະຕິນ ຈະດຳເນີນການເລືອກຕັ້ງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, Jerusalem ຕາເວັນອອກ ແລະ ເຂດ Gaza

(VOVWORLD) - ວັນທີ 06 ຕຸລາ, ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ປະກາດວ່າ ການນຳ ປາແລັດສະຕິນ ໄດ້ຕັດສິນໃຈດຳເນີນການເລືອກຕັ້ງຢູ່ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, Jerusalem ຕາເວັນອອກ ແລະ ເຂດ Gaza.
ປາແລັດສະຕິນ ຈະດຳເນີນການເລືອກຕັ້ງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, Jerusalem ຕາເວັນອອກ ແລະ ເຂດ Gaza - ảnh 1ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ພາບ: AFP/TTXVN

        ຖະແຫຼງການຂອງທ່ານປະທານາທິບໍດີ Mahmoud Abbas ໄດ້ຍົກອອກມາໃນກອງປະຊຸມລະຫວ່າງຄະນະກຳມະການສູນກາງຂະບວນການ Hamas, ຄະນະກຳມະການບໍລິຫານອົງການປົດປ່ອຍ ປາແລັດສະຕິນ (PLO) ແລະ ບັນດາເຈົ້າໜ້າທີ່ຄວາມໝັ້ນຄົງຂັ້ນສູງຢູ່ Ramallah. ທ່ານປະທານາທິບໍດີ Mahmoud Abbas ຢືນຢັນວ່າ: ບັນດາການເລືອກຕັ້ງ ຈະໄດ້ຈັດຕັ້ງຂຶ້ນຢູ່ບັນດາເຂດດິນແດນຂອງ ປາແລັດສະຕິນ ທັງໝົດ ແລະ ໃຫ້ຮູ້ວ່າ: ທີ່ກອງປະຊຸມດັ່ງກ່າວ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບສ້າງຕັ້ງ 2 ຄະນະກຳມະການ, ລວມມີບັນດາສະມາຊິກຂອງຄະນະກຳມະການສູນກາງ Fatah ແລະ ຄະນະກຳມະການບໍລິຫານ PLO ແລະ 2 ຄະນະກຳມະການນີ້ ຈະສົມທົບກັນ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ