ປາແລດສະຕີນ ຊົມເຊີຍມະຕິຂອງ ສະພາແຫ່ງຊາດອາເມລິກາ ຄັດຄ້ານບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ

(VOVWORLD) -ວັນທີ 7 ທັນວາ, ປາແລດສະຕີນ ຊົມເຊີຍມະຕິ 326 ຂອງສະພາແຫ່ງຊາດ ອາເມລິກາ ໃນນັ້ນ ຄັດຄ້ານບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງ ຊາວຢິວ ແລະ ຂໍ້ຕົກລົງໂຮມເຂົ້າ ຝັງຕາເວັນຕົກຂອງ ອິດສະຣາແອນ. 

ປາແລດສະຕີນ ຊົມເຊີຍມະຕິຂອງ ສະພາແຫ່ງຊາດອາເມລິກາ ຄັດຄ້ານບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ - ảnh 1ເຂດຕັ້ງຖິ່ນຖານຄົງທີ່  Ramat Shlomo ຂອງ ອິດສະຣາແອນ ຢູ່ Jerusalem

ພາບ: AFP/ TTXVN

ຕາມທ່ານ Saeb Erekat ເລຂາທິການ ອົງການປົດປ່ອຍ ປາແລດສະຕີນ PLO ແລ້ວ, ມະຕິສະບັບດັ່ງກ່າວເປັນການໂຕ້ຕອບຢ່າງແຮງຕໍ່ການສະຫນັບສະຫນູນຂອງປະທານາທິບໍດີ ອາເມລິກາ Donald Trump ສຳລັບການເຄື່ອນໄຫວກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອນ ຢູ່ ຝັງຕາເວັນຕົກ.

ມະຕິ 326 ໂດຍສະພາຕ່ຳ ອາເມລິກາ ຮັບຮອງເອົາໃນວັນທີ 6 ທັນວາ ດ້ວຍບັດເຫັນດີ 226 ບັດ ແລະ ບັດຄ້ານ 188 ບັດ.

ຕອບກັບ

ຂ່າວ/ບົດ​ອື່ນ