ປາແລດສະຕີນ ຕຳໜິຕິຕຽນຂໍ້ສະເໜີຂອງທ່ານປະທານາທິບໍດີ ອາເມລິກາ ຍົກເລີກໃສ່ບັນຫາ Jerusalem ອອກຈາກບັນດາການເຈລະຈາ

(VOVWORLD) - “ບັນດາຄຳເຫັນຂອງທ່ານ Donald Trump ໄດ້ສະແດງນະໂຍບາຍອະຄະຕິຂອງ ອາເມລິກາ ສຳລັບ ອິດສະຣາແອນ ແລະ ຈະສືບຕໍ່ຄວາມລະເມີເຟີຝັນຂອງອຳນາດການປົກຄອງ ອາເມລິກາ
ປາແລດສະຕີນ ຕຳໜິຕິຕຽນຂໍ້ສະເໜີຂອງທ່ານປະທານາທິບໍດີ ອາເມລິກາ ຍົກເລີກໃສ່ບັນຫາ Jerusalem ອອກຈາກບັນດາການເຈລະຈາ - ảnh 1 ພາບປະກອບ

 

ວັນທີ 22 ສິງຫາ, ອົງການປົດປ່ອຍ ປາແລດສະຕິນ (PLO) ແລະ ຂະບວນການອິດສະລາມ ປະກອບອາວຸດ Hamas ໄດ້ຕຳໜິຕິຕຽນທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບຂໍ້ສະເໜີຍົກເລີກບັນຫາ Jerusalem ອອກຈາກບັນດາການເຈລະຈາຢູ່ຕາເວັນອອກກາງ. ໃນບົດແຈ້ງຂ່າວ, ສະມາຊິກຂອງຄະນະກຳມະການບໍລິຫານ PLO ທ່ານ Ahmad Tamimi ໄດ້ຊີ້ແຈ້ງວ່າ: “ບັນດາຄຳເຫັນຂອງທ່ານ Donald Trump ໄດ້ສະແດງນະໂຍບາຍອະຄະຕິຂອງ ອາເມລິກາ ສຳລັບ ອິດສະຣາແອນ ແລະ ຈະສືບຕໍ່ຄວາມລະເມີເຟີຝັນຂອງອຳນາດການປົກຄອງ ອາເມລິກາ, ໃນນັ້ນມີການຮັບຮອງເອົາຂໍ້ຕົກລົງສັນຕິພາບໃໝ່, ຫຼື ເອີ້ນວ່າ “ຂໍ້ຕົກລົງສະຕະວັດ” ເຊິ່ງ Jerusalem ຈະບໍ່ແມ່ນນະຄອນຫຼວງຂອງລັດ ປາແລດສະຕິນ ອີກ”.

        ແລະກໍ່ໃນວັນດຽວກັນ, ອົງການບໍ່ຂຶ້ນກັບລັດຖະບານ Peace Now ໄດ້ປະກາດວ່າ, ວັນທີ 22 ສິງຫາ, ວົງການເຈົ້າໜ້າທີ່ ອິດສະຣາແອນ ໄດ້ໃຫ້ສັດຕະຍາບັນບັນດາແຜນການປຸກສ້າງເຮືອນກ່ວາ 1.000 ຫຼັງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍ້ແດນ, ການກະທຳຫຼ້າສຸດພາຍຫຼັງບັນດາຂໍ້ຕົກລົງຄ້າຍຄືກັນນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຂຶ້ນກຳອຳນາດ.

ຕອບກັບ

ຂ່າວ/ບົດ​ອື່ນ