ປາ​ແລັດ​ສະຕິ​ນ ປະກາດ​ຂໍ້​ສະ​ເໜີຖ່ວງ​ຄວາມ​ສົມສ່ວນ​ກັບແຜນການ​ສ້າງສັນ​ຕິ​ພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງຂອງ ອາ​ເມ​ລິ​ກາ

(VOVWORLD) -ຂໍ້ສະເໜີຂອງ ປາແລັດສະຕິນ ລວມມີການສ້າງຕັ້ງ “ລັດ ປາແລັດສະຕິນ ມີອະທິປະໄຕ, ເອກະລາດ ແລະ ປອດການທະຫານ” ໂດຍມີ “ການປ່ຽນແປງເລັກໆນ້ອຍໆກ່ຽວກັບເສັ້ນຊາຍແດນ”.      
ປາ​ແລັດ​ສະຕິ​ນ ປະກາດ​ຂໍ້​ສະ​ເໜີຖ່ວງ​ຄວາມ​ສົມສ່ວນ​ກັບແຜນການ​ສ້າງສັນ​ຕິ​ພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງຂອງ ອາ​ເມ​ລິ​ກາ - ảnh 1 ທ່ານນາຍົກລັດຖະມົນຕີ ປາແລັດສະຕິນ Mohammed Shtayyeh (ພາບ: AFP/TTXVN)

  ກ່າວຄໍາເຫັນທີ່ກອງປະຊຸມຖະແຫຼງຂ່າວ ເຊິ່ງໄດ້ດໍາເນີນໃນວັນທີ 09 ມິຖຸນາ, ທ່ານນາຍົກລັດຖະມົນຕີ ປາແລັດສະຕິນ Mohammed Shtayyeh ໃຫ້ຮູ້ວ່າ ປາແລັດສະຕິນ ໄດ້ຍື່ນສະເໜີເອກະສານກຸ່ມ 4 ອົງການກ່ຽວກັບສັນຕິພາບ ຢູ່ຕາເວັນອອກກາງ (ເຊິ່ງລວມມີ ສະຫະປະຊາຊາດ, ສະຫະພາບເອີຣົບ, ລັດເຊຍ ແລະ ອາເມລິກາ) ເຊິ່ງໄດ້ຮັບຖືວ່າ ແມ່ນຖ່ວງຄວາມສົມສ່ວນກັບແຜນການສ້າງສັນຕິພາບຢູ່ພາກພື້ນ ຕາເວັນອອກກາງ ຂອງ ອາເມລິກາ. ຂໍ້ສະເໜີຂອງ ປາແລັດສະຕິນ ລວມມີການສ້າງຕັ້ງ “ລັດ ປາແລັດສະຕິນ ມີອະທິປະໄຕ, ເອກະລາດ ແລະ ປອດການທະຫານ” ໂດຍມີ “ການປ່ຽນແປງເລັກໆນ້ອຍໆກ່ຽວກັບເສັ້ນຊາຍແດນ”.      

        ຕາມທ່ານ Mohammed Shtayyeh ແລ້ວ, ຂໍ້ສະເໜີດັ່ງກ່າວໄດ້ຄາດຄະເນກ່ຽວກັບບາງຂໍ້ຕົກລົງແລກປ່ຽນທີ່ດິນ ລະຫວ່າງ 2 ລັດໃນອະນາຄົດ ບົນພື້ນຖານຄວາມເຫັນດີເຫັນພ້ອມ.

        ກ່ອນໜ້ານັ້ນ, ທ້າຍເດືອນມັງກອນ ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ວາງອອກແຜນການທີ່ມີຊື່ວ່າ ຂໍ້ຕົກລົງສະຕະວັດ, ໃນນັ້ນ ໄດ້ເຕື້ອງເຖິງມາດຕະການ ຄົງຕົວສອງລັດ ແລະ ແຜນການພັດທະນາເສດຖະກິດໃຫ້ແກ່ ປາແລັດສະຕິນ ແຕ່ກໍມີຫຼາຍຈຸດທີ່ກໍ່ການໂຕ້ຖຽງກັນ, ໂດຍຮຽກຮ້ອງໃຫ້ ປາແລັດສະຕິນ ຮັບຮອງເອົາອະທິປະໄຕຂອງ ອິດສະຣາແອັນ ສໍາລັບບັນດາເຂດຕັ້ງຖິ່ນຖານຄົງທີ່ ໃນດິນແດນທີ່ພວມຢຶດຄອງ ແລະ ຕັດສິດກັບເມືອບ້ານເກີດເມືອງນອນຂອງຊາວລີ້ໄພ ປາແລັດສະຕິນ.


ຕອບກັບ

ຂ່າວ/ບົດ​ອື່ນ