ປາ​ແລ​ດ​ສະ​ຕິນ​ ປະ​ຕ​ິ​ເສດ​ ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ແຜນ​ການ​ສ້າງ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) -ວັນທີ 28 ມິຖຸນາອຳນາດການປົກຄອງ ປາແລັດສະຕິນໄດ້ປະຕິເສດມີການຕິດຕໍ່ພົວພັນ ກັບອາເມລິກາບໍ່ວ່າຄັ້ງໃດ, ພາຍຫຼັງສື່ມວນຊົນອິດສະລາແອັນໄດ້ເອົາລົງຂ່າວທີ່ມີການເຈລະຈາລະຫວ່າງ ອາເມລິກາ ແລະ ປາແລັດສະຕິນ ກ່ຽວກັບແຜນການສ້າງສັນຕິພາບ ຢູ່ພາກພື້ນຕາເວັນອອກກາງ ຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ.
ປາ​ແລ​ດ​ສະ​ຕິນ​ ປະ​ຕ​ິ​ເສດ​ ການ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ແຜນ​ການ​ສ້າງ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ - ảnh 1

ຂດຕັ້ງຖິ່ນຖານ Mechola ຢູ່ຮ່ອມພູ Jordan  ເຂດຝັ່ງຕາເວັນຕົກ (ພາບ: AFP/TTXVN)

ທ່ານ Nabil Abu Rudeineh ໂຄສົກຂອງທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນໄດ້ຊີ້ແຈ້ງວ່າ ປາແລັດສະຕິນ ຍັງບໍ່ທັນມີການປ່ຽນແປງຫຼັກໝັ້ນກ່ຽວກັບການພົວພັນກັບອຳນາດການປົກຄອງຂອງອາເມລິກາໃນປັດຈຸບັນກໍ່ຄືຂອງອິດສະລາແອັນ. ທ່ານ Abu Rudeineh ອີກຄັ້ງໜຶ່ງຢັ້ງຢືນວ່າ ການນຳປາແລັດສະຕິນ ຄັດຄ້ານບັນດາການເຄື່ອນໄຫວໂຮມເຂົ້າດິນແດນຂອງອິດສະລາແອັນ ແລະ ທ່ານກໍ່ເນັ້ນໜັກວ່າ ບັນດາແຜນການໂຮມດິນແດນໃນຄັ້ງດຽວ ຫຼື ຕາມໄລຍະລ້ວນແຕ່ແມ່ນ “ບັນຫາຫຼັກການ”.


ຕອບກັບ

ຂ່າວ/ບົດ​ອື່ນ