ປາແລດສະຕິນ ປາດຖະໜາຢາກພັດທະນາການພົວພັນມິດຕະພາບກັບ ຫວຽດນາມ ຢູ່ກ່ວາອີກ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ຢັ້ງຢືນຈະເຮັດຈົນສຸດຄວາມສາມາດ, ມານະພະຍາຍາ ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ປາແລດສະຕິນ
ປາແລດສະຕິນ ປາດຖະໜາຢາກພັດທະນາການພົວພັນມິດຕະພາບກັບ ຫວຽດນາມ ຢູ່ກ່ວາອີກ - ảnh 1ທ່ານ ຫງວຽນຮຸຍຢຸງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ທັງຮັບຜິດຊອບ ປາແລດສະຕິນ
(ພາບ:Ngọc Thạch/VOV-Cairo)

ວັນທີ 25 ມິຖຸນາ, ທີ່ນະຄອນຫຼວງ ກາຍໂຣ, ປະເທດ ອີຢິບ, ທ່ານ ຫງວຽນຮຸຍຢຸງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ທັງຮັບຜິດຊອບ ປາແລດສະຕິນ ໄດ້ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕໍ່ທ່ານ Mahmoud Abbas, ປະທານາທິບໍດີ ປາແລດສະຕິນ ຕາມຮູບແບບທາງໄກ, ກາຍເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ບໍ່ປະຈຳຂອງ ຫວຽດນາມ ຢູ່ ປາແລດສະຕິນ ຢ່າງເປັນທາງການ.

        ທີ່ພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ຢັ້ງຢືນຈະເຮັດຈົນສຸດຄວາມສາມາດ, ມານະພະຍາຍາ ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ປາແລດສະຕິນ. ທ່ານເອກອັກຄະລັດຖະທູດ ໄດ້ແຈ້ງໃຫ້ທ່ານປະທານາທິບໍດີ ປາແລດສະຕິນ ຊາບ ກ່ຽວກັບບັນດາຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມ ແລະ ບັນດາໝາກຜົນທີ່ພົ້ນເດັ່ນຂອງ ຫວຽດນາມ ໃນຕະຫຼອດ 35 ປີແຫ່ງການປ່ຽນແປງໃໝ່. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດທີ່ເປັນທຳ ກໍ່ຄືບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງປະຊາຊົນ ປາດແລດສະຕິນ.

        ສ່ວນທ່ານ Mahmoud Abbas, ປະທານາທິບໍດີ ປາແລດສະຕິນ ສະແດງຄວາມນິຍົມນັບຖືຕໍ່ບັນດາຜົນສຳເລັດແຫ່ງການພັດທະນາຂອງ ຫວຽດນາມ ແລະ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ ໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ