ປາແລັດສະຕິນ ຮຽກຮ້ອງ ICC ສືບສວນເລື່ອງ ອິດສະຣາແອັນ ນາບຂູ່ທໍາລາຍເຮືອນຊານບ້ານຊ່ອງຢູ່ພາກຕາເວັນອອກ Jerusalem

(VOVWORLD) -    ວັນທີ 21 ກໍລະກົດ, ກະຊວງການຕ່າງປະເທດ ປາແລັດສະຕິນ ໄດ້ອອກຖະແຫຼງການ ຮຽກຮ້ອງສານອາຍາສາກົນ (ICC) ເປີດການສືບສວນ ກ່ຽວກັບເລື່ອງ ອິດສະຣາແອັນ ນາບຂູ່ທໍາລາຍເຮືອນຊານບ້ານຊ່ອງຂອງປະຊາຊົນ ປາແລັດສະຕີນ ຢູ່ນະຄອນ Sur Baher, ທາງພາກຕາເວັນອອກ Jerusalem.

    ອິດສະຣາແອັນ ຢຶດປົກຄອງເຂດຕາເວັນອອກ Jerusalem ໃນສົງຄາມທີ່ເກີດຂຶ້ນເມື່ອປີ 1967, ຫຼັງຈາກນັ້ນ ໄດ້ໂຮມເຂດດິນແດນດັ່ງກ່າວເຂົ້າອິດສະຣາແອນ ແລະ ຖະແຫຼງວ່າ ນະຄອນ Jerusalem ທັງໝົດນັ້ນ ແມ່ນນະຄອນຫຼວງ ທີ່ບໍ່ອາດຕັດແຍກຂອງ ອິດສະຣາແອັນ. ອິດສະຣາແອັນ ຍາມໃດກໍປະຕິເສດສິດພົນລະເມືອງຂອງຊາວ ປາເລັດສະຕິນ ຢູ່ເຂດດິນແດນດັ່ງກ່າວ ແລະ ພຽງແຕ່ອອກໃບອະນຸຍາດ ພັກອາໄສໃຫ້ຊາວ ປາແລັດສະຕິນ ທີ່ດໍາລົງຊີວິດຢູ່ທີ່ນີ້ເທົ່ານັ້ນ. ປະຊາຄົມສາກົນບໍ່ຮັບຮອງຕໍ່ການກະທໍາດັ່ງກ່າວຂອງອິດສະຣາແອັນ, ໃນເມື່ອ ປາແລັດສະຕີນ ຍາມໃດກໍກໍານົດ ເຂດຕາເວັນອອກ Jerusalem ແມ່ນນະຄອນຫຼວງຂອງປະເທດ ປາແລັດສະຕີນ ໃນ ອະນາຄົດ.

      ໜັງສືພິມ Times of Israel ໃນວັນທີ 21 ກໍລະກົດ ໃຫ້ຮູ້ວ່າ ທ່ານ Jared Kushner   ທີ່ປຶກສາທໍານຽບຂາວ ແລະ ເຈົ້າໜ້າທີ່ຂັ້ນສູງອໍານາດການປົກຄອງລັດຖະບານ ອາເມລິກາ Donal Trump ຈໍານວນໜຶ່ງຈະໄປຍັງພາກຕາເວັນອອກກາງ ໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບແຜນການສັນຕິພາບຢູ່ຕາເວັນອອກກາງ, ຫຼືຍັງເອີ້ນວ່າ “ຂໍ້ຕົກລົງສະຕະວັດ” ເພື່ອແກ້ໄຂການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕີນ.


ຕອບກັບ

ຂ່າວ/ບົດ​ອື່ນ