ປາແລັດສະຕິນ ຮຽກຮ້ອງແຫ່ຂະບວນປະທ້ວງຄັດຄ້ານແຜນການສັນຕິພາບຕາເວັນອອກກາງຂອງ ອາເມລິກາ

(VOVWORLD) - ຊາວ ປາແລັດສະຕິນ ພວມຮຽກຮ້ອງການດຳເນີນບັນດາການແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ ເພື່ອຄັດຄ້ານກອງປະຊຸມເສດຖະກິດ ໂດຍ ອາເມລິກາ ຈັດຕັ້ງຢູ່ ບາເຣັນ ດ້ວຍຈຸດປະສົງປະກາດເນື້ອໃນເສດຖະກິດໃນແຜນການສັນຕິພາບຕາເວັນອອກກາງຂອງອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump.

ປາແລັດສະຕິນ ຮຽກຮ້ອງແຫ່ຂະບວນປະທ້ວງຄັດຄ້ານແຜນການສັນຕິພາບຕາເວັນອອກກາງຂອງ ອາເມລິກາ - ảnh 1 (ພາບປະກອບ/TTXVN)

ພັກ Fatah ຂອງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໃຫ້ຮູ້ວ່າ: ບັນດາພັກຝ່າຍຂອງອຳນາດການປົກຄອງ ປາແລັດສະຕິນ (PLO) ໄດ້ຮຽກຮ້ອງໃຫ້ດຳເນີນການແຫ່ຂະບວນປະທ້ວງຂະໜາດໃຫຍ່ໃນວັນທີ 25 ມິຖຸນາ, ຖືກກັບຈຸດເວລາທີ່ກອງປະຊຸມເສດຖະກິດເລີ່ມດຳເນີນຢູ່ນະຄອນຫລວງ Manama ຂອງປະເທດ ບາເຣັນ.

        ກ່ອນໜ້ານັ້ນ, ວັນທີ 19 ພຶດສະພາ, ທຳນຽບຂາວໄດ້ປະກາດແຜນການສົມທົບກັນກັບ ບາເຣັນ ຈັດຕັັ້ງກອງປະຊຸມເສດຖະກິດທີ່ມີຫົວຂໍ້ວ່າ “ຈາກສັນຕິພາບເຖິງຄວາມວັດທະນາຖາວອນ” ຢູ່ນະຄອນຫລວງ Manama ໃນລະຫວ່າງວັນທີ 25 – 26 ມິຖຸນາ.

 

ຕອບກັບ

ຂ່າວ/ບົດ​ອື່ນ