ປາ​ແລັດ​ສະ​ຕິນ ແລະ ອິດ​ສະ​ຣາ​ແອັນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການພົວ​ພັນ​ສອງ​ຝ່າຍ

(VOVWORLD) -ວັນທີ 29 ສິງຫາ, ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Benny Gantz ຢູ່ນະຄອນ Ramallah, ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ. 
ປາ​ແລັດ​ສະ​ຕິນ ແລະ ອິດ​ສະ​ຣາ​ແອັນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການພົວ​ພັນ​ສອງ​ຝ່າຍ - ảnh 1ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Benny Gantz (ພາບ: Reuters)

ນີ້ແມ່ນກອງປະຊຸມຂັ້ນສູງສຸດລະຫວ່າງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ແລະ ລັດຖະມົນຕີທ່ານໜຶ່ງຂອງ ອິດສະຣາແອັນ ທີ່ໄດ້ຮັບການເປີດເຜີຍນັບແຕ່ເມື່ອ ອິດສະຣາແອັນ ສ້າງຕັ້ງລັດຖະບານໃໝ່ໃນເດືອນ ມິຖຸນາຜ່ານມາ.

        ຕາມຖະແຫຼງການຈາກຫ້ອງການລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ, ທ່ານ Benny Gantz ຢັງຢື້ນກັບທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ວ່າ ອິດສະຣາແອັນ ຈະຍົກອອກບັນດາມາດຕະການເພື່ອຊຸກຍູ້ພື້ນຖານເສດຖະກິດຂອງ ປາແລັດສະຕິນ. ນອກຈາກນັ້ນ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຄວາມໝັ້ນຄົງ ແລະ ເສດຖະກິດຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດ Gaza ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ