ປາແລດສະຕິນກ່າວຫາອິດສະຣາແອນມີແຜນການແບ່ງແຍກເຂດຕາເວັນຕົກແມ່ນ້ຳຈໍແດນ

ປາແລດສະຕິນກ່າວຫາອິດສະຣາແອນມີແຜນການແບ່ງແຍກເຂດຕາເວັນຕົກແມ່ນ້ຳຈໍແດນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ແລດ​ສະ​ຕິນ​ Rami Hamdallah
(ພ​າບ​ປະ​ກອບ: EPA/TTXVN)

(vovworld) - ​ວັນ​ທີ 15/08, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ແລດ​ສະ​ຕິນ​ Rami Hamdallah ໄດ້​ກ່າວ​ຫາ​ແຜນ​ການ​ຂອງ​ອິດ​ສະ​ຣາ​ແອນ ຢືດ​ຄອງ​ທີ່​ດິນ​ປາ​ແລດ​ສະ​ຕິນ ເພື່ອ​ສ້າງ​ຕັ້ງ​ເຂດ​ຕັ້ງ​ຖ​ິ່ນ​ຖານ​ຄ​ົງ​ທີ່​ຢູ່ເຂດ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ອິດ​ສະ​ຣາ​ແອນ ພວມ​ຊອກ​ຫາ​ວິ​ທີ​ຢືດ​ຄອງ​ດິນ​ຂອງ​ປາ​ແລດ​ສະ​ຕິນ ຢູ່​ຂ້າງ​ເຂດຕັ້ງຖ​ິ່ນ​ຖານ​ຄ​ົງ​ຢ່າງ​ຜິດ​ກົດ​ໝາຍ Efrat ເພື່ອ​ກໍ່​ສ້າງ​ເສັ້ນ​ທາງ​​ໜຶ່ງ​ດຽວ​ເຊື່ອມ​ຕໍ່ Efrat ກັບ​ເຂດ​ຕັ້ງ​ຖ​ິ່ນ​ຖານ​ຄ​ົງ​ທີ່​ໃໝ່ ທີ່​ຫາກ​ກໍ​ສ້າງ​ແຜນ​ການ​​ທີ່ມີ​ຊື່​ວ່າ Givat Eitam. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ Hamdallah ເວົ້​າ​ວ່​າ: “ການ​ກະ​ທຳ​ ກໍ່ສ້າງເຂດຕັ້ງຖ​ິ່ນ​ຖານ​ຄ​ົງ​ທີ່ຢ່າງ​ຜິດ​ກົດ​ໝາຍ ແລະ ກໍ່​ສ້າງ​ເສັ້ນ​ທາງ​ອ້ອມ​ຂ້າງ ນະ​ຄອນ Bethlehem ຂອງ​ອິດ​ສະ​ຣາ​ແອນ ແມ່ນ​ບາດກ​້າວ​ໜຶ່ງ​ເພື່ອແນ​ໃສ່​ແບ່ງ​ແຍກເຂດ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ແລະ ຢືດ​ຄອງ​ເຂດ C. ອ​ຳ​ນາດ​ການ​ປົກ​ຄອງ​ອິ​ດ​ສະ​ຣາແອນ ພວມ​ຕັ້ງ​ໄຈ​ທຳ​ລາຍ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຂອງ Bethlehem”.

        ຕໍ​ໜ້າ​ຄວາມ​ດັ່ນ​ຈາກ​ປະ​ຊາ​ຄົມ​ສາ​ກົນ​ປີ 2009, ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ຣາ​ແອນ Benjamin Netanyahu ໄດ້​ໃຫ​້​ຄຳ​ໝັ້ນ​ສັນ​ຍາບໍ່​ກໍ່​ສ້າງ​ເຂດຕັ້ງຖ​ິ່ນ​ຖານ​ຄ​ົງ​ທີ່ໃໝ່​ໃດໆຕື່ມ​ອີກ. ແຕ່​ວ່າ, ຄຳ​ໝັ້ນ​ສັນ​ຍານີ້ບໍ່​ສາ​ມາດ​ສະ​ກັດ​ກັ້​ນລັດ​ຖະ​ບານ​ຂອງ​ທ່​ານ​ສ​ືບ​ຕໍ່​ຢືດ​ຄອງ​ທີ່​ດິນ​ເອ​ກະ​ຊົນ​ຂອງ​ປາ​ແລດ​ສະ​ຕິນ ແລະ ​ຮັບ​ຮອງ​ເອົາ​ບັນ​ດາ​ແຜ​ນ​ການກໍ່​ສ້າງເຂດຕັ້ງຖ​ິ່ນ​ຖານ​ຄ​ົງ​ທີ່​ໃໝ່​ແຫ່ງ​ຕ່າງໆ.

ຂ່າວ/ບົດ​ອື່ນ