ປາແລດສະຕີນ:ຂະບວນການ Hamas ປະຕິບັດບາດກ້າວມອບໂອນທຳອິດ

(VOVWORLD) -ວັນທີ 31 ຕຸລາ, ຂະບວນການອິດສະລາມ Hamas ຄວບຄຸມເຂດ ກາຊາ ໄດ້ມອບໂອນສິດຄວບຄຸມດ້ານການເງິນຂອງບັນດາດ່ານຊາຍແດນຢູ່ເຂດ ກາຊາ ໃຫ້ອຳນາດການປົກຄອງ ປາແລດສະຕີນ. 

ປາແລດສະຕີນ:ຂະບວນການ Hamas ປະຕິບັດບາດກ້າວມອບໂອນທຳອິດ - ảnh 1 ພາບປະກອບ: ກຳລັງກຸ່ມ Hamas ລາດຕະເວັນຢູ່ເຂດກາຊາ

ພາບ:AFP

ນີ້ແມ່ນບາດກ້າວທຳອິດໃນຂໍ້ຕົກລົງໄກ່ເກ່ຍກ່ຽວກັບການມອບໂອນການຄວບຄຸມບັນດາຈຸດຕັດກັນຢູ່ເຂດຊາຍແດນ. ເລື່ອງມອບໂອນສິດຄວບຄຸມດ້ານການເງິນ ຫລື ບັນດາບ້ວງລາຍຮັບດ້ານການເງິນໃຫ້ແກ່ ປາແລດສະຕີນ ແມ່ນບາດກ້າວທຳອິດເພື່ອກ້າວໄປເຖິງເລື່ອງມອບໂອນຢ່າງເປັນທາງການບັນດາດ່ານຊາຍແດນໃຫ້ແກ່ອຳນາດການປົກຄອງ ປາແລດສະຕີນ ໃນວັນທີ 1 ພະຈິກ.

ໃນວັນດຽວກັນ ຄະນະຜູ້ຕາງຫນ້າທະນາຄານ ປາແລດສະຕີນ ຮ່ວມສຳພັນກັບ ປາດແລດສະຕີນ ໄດ້ເດີນທາງເຖິງ ດ່ານຊາຍແດນ Rafah ລະຫວ່າງເຂດກາຊາ ແລະ ອີຢີບ ເພື່ອມອບໂອນຂັ້ນຕອນເກັບພາສີ ແລະ ຄ່າການບໍລິການພາສີ.

ຕອບກັບ

ຂ່າວ/ບົດ​ອື່ນ