ປາແລດສະຕີນຫວັງວ່າລັດຖະບານອິດສະຣາແອນເຄົາລົບສົນທິສັນຍາສາກົນ

ປາແລດສະຕີນຫວັງວ່າລັດຖະບານອິດສະຣາແອນເຄົາລົບສົນທິສັນຍາສາກົນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອິດ​ສະ​ຣາ​ແອນ Benjamin Netanyahu
(ພາບ: AFP/TTXVN)

(vovworld) - ​ວັນ​ທີ 18/3, ອຳ​ນາດ​ການ​ປົກ​ຄອງ​ຊົ​ນ​ຊາດ ປາ​ແລດ​ສະ​ຕີນ (PNA) ຢັ້ງ​ຢືນ​ຈະ​ເຮັດ​ວຽກ​ກັບ​ບໍ່​ວ່າ​ລັດ​ຖະ​ບານ ອິ​ດ​ສະ​ຣາ​ແອນ ໃດ​ທີ່​ເຄົາ​ລົບ​ສົນ​ທິ​ສັນ​ຍາ​ສາ​ກົນ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ພັກ Likud ຝ່າຍ​ຂວາ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ ອິດ​ສະ​ຣາ​ແອນ Benjamin Netanyahu ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 17/3. ໂຄ​ສົກ​ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ, ທ່ານ Nabil Abu Rdineh ໃຫ້​ຮູ້​ວ່າ: ຊາວ ປາ​ແລດ​ສະ​ຕີນ ຢາກ​ເຫັນ​ລັດ​ຖະ​ບານ ອິ​ດ​ສະ​ຣາ​ແອນ ​ຮັບ​ຮອງ​ມາດ​ຕະ​ການ 2 ລັດ ແລະ Jerusalem ຕາ​ເວັນ​ອອກ ແມ່ນ​ນະ​ຄອນຫຼວງ​ຂອງ​ລັດ ປາ​ແລດສະ​ຕີນ. ໃນ​ຂະ​ນະ​ນັ້ນ, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອົງ​ການ​ປົດ​ປ່ອຍ ປາ​ແລດ​ສະ​ຕີນ (PLO) Yasser Abed Rabbo ໃຫ້​ຮູ້​ວ່າ: ໝາກ​ຜົນ​ຂອງ​ການ​ເລືອ​ກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ອິດ​ສະ​ຣາ​ແອນ ​ຈະ​ເຮັດ​ໃຫ້​ “ເສັ້ນ​ທາງ​ຕໍ່​ສູ້​​ຕ້ານ​ຄືນ ອິດ​ສະ​ຣາ​ແອນ” ​ຂອງ​ຊາວ ປາ​ແລດ​ສະ​ຕີນ ຍາວ​ນານ ແລະ ຫຍູ້ງ​ຍາກກ່​ວາ. ທ່ານ Rabbo ຮຽກ​ຮ້ອງ​ປະ​ຕິ​ບັດ​ສຳ​ເລັດ​​ບາດ​ກ້າວຕ່າງໆ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຢຸດ​ຕິ​ການ​ຮ່ວມ​ມື​ດ້ານ​ປ​້ອ​ງ​ກັນ​ຄວາມ​ສະ​ຫງົບ​ກັບ ອິດ​ສະ​ຣາ​ແອນ, ພ້ອມ​ທັງ​ຊ​ຸກ​ຍູ້​​ເລື່ອງຮ້ອງ​ຟ້ອງ ອິດ​ສະ​ຣາ​ແອນ ຢູ່​ສານ ອາ​ຍາ​ສາ​ກົນ (ICC) ກ່ຽວ​ກັບ​ບັນ​ດາ​ໂທດ​ກຳ​​ສົງ​ຄາມທີ່​ມີ​ຕໍ່ຊາວ ປາ​ແລດ​ສະ​ຕີນ ຢູ່​ເຂດ ກາ​ຊາ ເມື່ອ​ເດືອນ 7 – 8/2014.

 


ຂ່າວ/ບົດ​ອື່ນ