ປາແລັດສະຕິນຫວັງໃຫ້ສານຍຸຕິທຳສາກົນພິຈາລະນາໂທດກຳຢູ່ເຂດກາຊາ

  ປາແລັດສະຕິນຫວັງໃຫ້ສານຍຸຕິທຳສາກົນພິຈາລະນາໂທດກຳຢູ່ເຂດກາຊາ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ​ປາ​ແລັດ​ສະຕິ​ນ Al-Malki
(ພາບ:ັAP)

(vovworld)- ລັດຖະມົນຕີ​ການ​ຕ່າງປະ​ເທດ​ປາ​ແລັດ​ສະຕິ​ນ Al-Malki ​ໃຫ້​ຮູ້​ເມື່ອ​ວັນ​ທີ 9/8 ວ່າ ອຳນາດ​ການ​ປົກຄອງ​ປາ​ແລັດ​ສະຕິ​ນຈະ​ຮ້ອງ​ຟ້ອງ​ອິດສະຣາ​ແອນຂຶ້ນ​ສານ​ຍຸຕິ​ທຳ​ສາກົນ​ກ່ຽວ​ກັບ​ໂທດ​ກຳ​ສົງ​ຄາມ. ​ປາ​ແລັດ​ສະຕິ​ນຈະ​ກາຍ​ເປັນ​ລັດ​ມີ​ອະທິປະ​ໄຕ ​ແລະ ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ໃຫ້ ສານ​ຍຸຕິ​ທຳ​ສາກົນ​ລົງມື​ສືບສວນ​ບັນດາ​ໂທດ​ກຳ​ຊຶ່ງ ອິດສະຣາ​ແອນ​ໄດ້​ລະ​ເມີດຢູ່​ເຂດ​ກາຊາ.

   ​ໃນ​ຂະນະ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ​ເຮືອບິນ​ສູ້​ຮົບ​ຂອງ ອິດສະຣາ​ແອນ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ 50 ຄັ້ງ​ແນ​ໃສ່​ເຂດ​ກາຊາ ອັນ​ໄດ້​ເຮັດ​ໃຫ້​ຊາວ ​ປາ​ແລັດ​ສະຕິ​ນ 8 ຄົນ​ເສຍ​ຊີວິດ. ​ໃນ​ຂະນະນັ້ນ, ບັນດາມືປືນຂອງ ​ປາ​ແລັດ​ສະຕິ​ນ ກໍໄດ້ຍິງລູກຈະຫຼວດ 25 ລູກເຂົ້າເຂດດິນແດນ ອິດສະຣາ​ແອນ.

ຂ່າວ/ບົດ​ອື່ນ