ປາແລັດສະຕິນຮຽກຮ້ອງສາກົນຍຶ່ນມືເຂົ້າເພື່ອຢຸດຕິເລື່ອງອິດສະລາແອນເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່

ປາແລັດສະຕິນຮຽກຮ້ອງສາກົນຍຶ່ນມືເຂົ້າເພື່ອຢຸດຕິເລື່ອງອິດສະລາແອນເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ - ảnh 1
ປາແລັດສະຕິນຮຽກຮ້ອງສາກົນຍຶ່ນມືເຂົ້າເພື່ອຢຸດ
ຕິເລື່ອງອິດສະລາແອນເປີດກ້ວາງບັນດາເຂດຕັ້ງ
(ພາບ: TTXVN)

(vovworld) - ວັນ​ທີ 07/04, ​ໂຄ​ສົກ​ຂອງ​ອຳນາດ​ການ​ປົກ​ຄອງ ປາ​ແລັດ​ສະຕິ​ນ (PA) Youssef al – Mahmoud ຮຽກຮ້ອງ​ປະຊາ​ຄົມ​ສາກົນ ຄວນ​ຍຶ່ນມື​ເຂົ້າ​ໃນ​ທັນທີ ​ແລະ ອອກສຽງ​ຄັດ​ຄ້ານ​ເລື່ອງ​​ເປີດ​ກ້ວາງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ໃຫ້​ຊາວຢີວຂອງ​ອຳນາດ​ການ​ປົກຄອງ ອິດສະ​ລາ​​ແອນ. ທ່ານ al – Mahmoud ກ່າວ​ປະນາມ “​ເລື່ອງ​ສືບ​ຕໍ່​ເປີດ​ກ້ວາງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານຄົງ​ທີ່ຢ່າງ​​ແຮງ” ​ໃນ​ສະພາບ​ການທີ່​ເກີດ​​ບັນດາ​ເຫດ​ບຸກ​ໂຈມ​ຕີ ​ແລະ ການລົບ​ກວນຂອງ​ຊາວ ອິດສະ​ລາ​ແອນ​ ທີ່​ມີ​ຕໍ່ຊາວ ປາ​ແລດ​ສະຕິ​ນ, ກໍ່​ຄືບັນດາບັ້ນ​ຮົບ​ປາບ​ປາມ ​ແລະ ຈັບ​ຕົວ​​ປະຈຳ​ວັນຂອງ​ບັນ​ດາ​ກຳລັງ ອິດສະ​ລາ​ແອນ ດ້ວຍ​ຈຸດປະສົງຢືດ​ເອົາ​ທີ່​ດິນຂອງ​ຊາວ ປາ​ແລັດ​ສະຕິ​ນ. ທ່ານ al – Mahmoud ຮຽກ​ຮ້ອງ​ໂລກ ​ຍຶ່ນມື​ເຂົ້າ ​ແລະ ຕ້ານ​ຄືນ​ການ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ. ​ໂຄສົກ​ຂອງ PA ຖື​ວ່າ: ການ​ເປີດ​ກ້ວາງ​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານຄົງ​ທີ່​ຂອງ ອິດສະ​ລາ​ແອນ ​ແມ່ນ “ຖື​ເບົາປະຊາ​ຄົມ​ໂລກ” ພ້ອມ​ທັງ ສະ​ແດງ​ທັດສະນະ​ບໍ່​ເຄົາລົບ​ກົດໝາຍ​ສາກົນ, ບໍ່​ຢາກ​ສັນຕິພາບ ​ແລະ ​ເພີ່ມ​ທະວີ​ການ​ໃຊ້ຄວາມ​ຮຸນ​ແຮງ​ຂອງຝ່າຍ ອິດສະ​ລາ​​ແອນ. PA ຄັດຄ້ານບັນດາ​ນະ​ໂຍບາຍ​ຄື​ດັ່ງກ່າວ, ກໍ່​ຄື​ຄັດຄ້ານທ່າ​ທີ​ມິດ​ງຽບຂອງ​ປະຊາ​ຄົມ​ສາກົນ​ຕໍ່​ບັນດາ​ໂທດ​ກຳ​ນີ້.

 

ຂ່າວ/ບົດ​ອື່ນ