ປາແລດສະຕິນແລະ ອິດສະຣາແອນເຊື່ອມຕໍ່ ການເຈລະຈາຄືນໃໝ່


ປາແລດສະຕິນແລະ ອິດສະຣາແອນເຊື່ອມຕໍ່ ການເຈລະຈາຄືນໃໝ່ - ảnh 1

ທ່ານ​ນາຍົກລັດຖະມົນຕີ Israel Benjamin Netanyahu

 (ພາບປະກອບ)

 (vovworld)- ບັນດາ​ນັກ​ເຈລະຈາ​ຂອງ​ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕິ​ນ ​ໄດ້​ດຳ​ເນີນ​ຮອບ​ເຈ​ລະ​ຈາຄັ້ງ​ໃໝ່​ໃນ​ວັນ​ທີ 10/4 ​ ​ພາຍ​ໃຕ້​ການ​ເປັນຄົນກາງ​​ໄກ່​ເກ່ຍຂອງ​ອາ​ເມ​ລິ​ກາ. ການ​ເຈລະຈາ​ຈັດ​ຂຶ້ນ​ຢູ່ Jeruxalem ລະຫວ່າງ​ທ່ານ​ Tzipi Livni ຫົວໜ້າຄະນະ​ເຈລະຈາ​ອິດສະຣາ​ແອນ, ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງປາ​ແລດ​ສະຕິ​ນ, ທ່ານ Saeb Erekat ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ Marin Indyk ທູດ​ພິ​ເສດ​ອາ​ເມ​ລິ​ກາ.

  ກ່າວ​ຄຳ​ເຫັນ​ຫລັງກາ​ນ​ເຈລະຈາ, ທ່ານ Jen Psaki ​ໂຄສົກ​ທຳນຽບຂາວ​ໃຫ້​ຮູ້​ວ່າ: ຊ່ອງ​ຫວ່າງ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ການ​ຮັດ​ແຄບ​ແລ້ວ​ແຕ່​ປະຈຸ​ບັນ​ຍັງ​ບໍ່​ທັນ​ບັນລຸຂໍ້​ຕົກລົງ​ໄດ້​ເທື່ອ.

  ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕິ​ນ, ມີ​ຂ່າວ​​ໃຫ້​ຮູ້​ວ່າ: ວັນ​ທີ 10/4, ອິດສະຣາ​ແອນ ​ໄດ້​ເພີ່ມ​ທະວີ​ການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່ ປາ​ແລດ​ສະຕິ​ນ ດ້ວຍ​ວິທີ​ຢຸດຕິ​ການ​ສົ່ງ​ເງິນ​ອາກອນ​ຊື່​ງ ອິດສະຣາ​ແອນ ​​ໄດ້​ເກັບ​ຊ່ວຍ​ໃຫ້​ແກ່ປາ​ແລດ​ສະຕິ​ນ. ອິດສະຣາ​ແອນ ​ກໍ່​ປະກາດ​ຢຸດຕິ​ການ​ເຂົ້າຮ່ວມ​ການ​ຂຸດ​ຄົ້ນບໍ່​ນ້ຳມັນ​ອາຍ​ແກັດ​ຢູ່​ນອກ​ທະ​ເລ​ເຂດ​ກາຊາ ຮ່ວມ​ກັບປາ​ແລດ​ສະຕິ​ນ ​ແລະ ຈຳ​ກັດ​ຈຳນວນ​ເງິນ​ຝາກ​ຂອງປາ​ແລດ​ສະຕິ​ນ ຢູ່​ທະນາຄານ​ແຕ່າງໆ​ຂອງອິດສະຣາ​ແອນ. ທ່ານ Saeb Erekat ຫົວໜ້າຄະນະ​ເຈລະຈາປາ​ແລດ​ສະຕິ​ນ ຖື​ວ່າ: ການ​ກະທຳ​ຂອງອິດສະຣາ​ແອນ ​ແມ່ນ​ຢຶດເອົາ​ເງິນ​ຂອງ ປຊຊ ປາ​ແລດ​ສະຕິ​ນ, ລະ​ເມີດ​ກົດໝາຍ​ສາກົນ./.

ຂ່າວ/ບົດ​ອື່ນ