ປາແລດສະຕີນແລະອິດສະຣາແອນຄັດຄ້ານບົດລາຍງານຂອງກຸ່ມ4ຝ່າຍ

ປາແລດສະຕີນແລະອິດສະຣາແອນຄັດຄ້ານບົດລາຍງານຂອງກຸ່ມ4ຝ່າຍ - ảnh 1
ທ່ານ ນາຍົກລັດຖະມົນຕີ  ອິດ​ສະຣາ​ແອນ Benjamin Netanyahu
(ພາບ: EPA/ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ ວັນ​ທີ 6/7, ທ່ານ ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ ສປຊ ປະຕິ​ເສດ​ບົດ​ລາຍ​ງານ​ເມື່ອ​ວັນ​ທີ 1/7 ຂອງ​ກຸ່ມ 4 ຝ່າຍ ກ່ຽວ​ກັບ​ສັນຕິພາບ​ຢູ່ຕາ​ເວັນ​ອອກ​ກາງ (​ເຊິ່ງລວມມີ: ສະຫະ​ປະຊາ​ຊາດ, ລັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ) ຕຳ​ນິຕິ​ຕຽນ​ເລື່ອງ ອິດ​ສະຣາ​ແອນ ກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່ ​ແລະ ບັນດາ​ການ​ກະທຳ​ປຸກປັ່ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ຝ່າຍ ​​​ປາ​ແລດ​ສະຕີ​ນ. ທ່ານ​ປະທານາທິບໍດີ ​ປາ​ແລດ​ສະຕີ​ນ Abbas ຖື​ວ່າ: ບົດ​ລາຍ​ງານ​ນີ້ “ບໍ່​ເຕື້ອງ​ເຖິງ​ສາຍ​ເຫດ​ນຳ​ມາ​ສັນຕິພາບ”, ພ້ອມ​ທັງ​ສະ​ແດງ​ຄວາມຫວັງວ່າ ສະພາ​ຄວາມ​ໝັ້ນຄົງ ສປຊ ຈະ​ບໍ່​ສະໜັບສະໜູນ​ບົດ​ລາຍ​ງານ​ນີ້. ສ່ວນຝ່າຍ​ ປາ​ແລດ​ສະຕີ​ນ, ທ່ານ​​ເລຂາທິການ​ໃຫຍ່​ອົງການ​ປົດ​ປ່ອຍ ປາ​ແລດ​ສະຕີ​ນ Saeb Erekat ກໍ່​ໄດ້​ກ່າວ​ປະນາມ​ບົດ​ລາຍ​ງານ​ນີ້ ​ແລະ ​ເອີ້ນວ່າ “ນີ້​ແມ່ນຄວາມ​ມານະ​ພະຍາຍາມ​​ເພື່ອ​ແບ່ງ​ປັນ​ຄວາມ​ຮັບຜິດຊອບ​ລະຫວ່າງ​ບັນດາ​ຜູ້​ຖືກ​ຮັບບັນດາ​ຄຳ​ສັ່ງ​ຢຶດຄອງ​ກັບ​ກຳລັງ​ທະຫານ​ຢຶດຄອງ​ຕ່າງປະ​ເທດ”. ​ເຈົ້າ​ໜ້າ​ທີ່​ ປາ​ແລດ​ສະ​ຕີນ ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ: ຝ່າຍ​ປະ​ແລດ​ສະ​ຕີນ ຈະບໍ່​ຖື​ກຸ່ມ 4 ຝ່າຍ​ຄື​ດັ່ງ​ອົງ​ກອນກາ​ນຈັດ​ຕັ້ງ​ໜຶ່ງ, ​ແຕ່ຢັ້ງຢືນ​ຈະສືບ​ຕໍ່​ເຮັດ​ວຽກ​ກັບ 4 ສະມາຊິກ​ຂອງ​ກຸ່ມ. ສ່ວນ​ທ່ານ​ນາຍົກລັດຖະມົນຕີ ອິດ​ສະຣາ​ແອນ Benjamin Netanyahu ຖື​ວ່າ ບົດ​ລາຍ​ງານ​ນີ້​ແມ່ນ “ຄວາມ​ວາດ​ນຶກ” ​ແລະ ​ເລື່ອງຕັດ​ສິນ​​ເຄື່ອນ​ໄຫວ​ກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຢູ່​ເຂດ​ຕາ​ເວັນ​ຕົກ​ແມ່​ນຳ້​ຈໍ​ແດນ ​ແມ່ນ​ສິ່ງ​ກີດຂວາງ​ສຳລັບ​ສັນຕິພາບ ​ແມ່ນ​ບໍ່​ມີ​ຫຼັກ​ຖານ.

 


ຕອບກັບ

ຂ່າວ/ບົດ​ອື່ນ