ປ່ຽນຍຸດທະສາດດຶງດູດ FDI ໃໝ່

(VOVWORLD) - ປີນີ້, ຫວຽດນາມ ສະເຫຼີມສະຫຼອງ 30 ປີແຫ່ງວັນການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ. ໃນໄລຍະຜ່ານມາ,FDI ປະກອບສ່ວນຢ່າງຕັ້ງໜ້າສຳລັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຄື:
ປ່ຽນຍຸດທະສາດດຶງດູດ FDI ໃໝ່ - ảnh 1 (ພາບປະກອບ / TTXVN)

ສ້າງວິທີການດຶງດູດການລົງທຶນໃຫຍ່, ປະກອບສ່ວນສຳຄັນເຂົ້າໃນການສົ່ງອອກ, ປະກອບສ່ວນເຂົ້າງົບປະມານ, ການຫັນປ່ຽນໂຄງປະກອບເສດຖະກິດ, ຍົກສູງລະດັບຄວາມຮູ້ກ່ຽວກັບເຕັກໂນໂລຢີ…ເຖິງຢ່າງໃດກໍ່ຕາມ, ໄດ້ຮອດຈຸດເວລາທີ່ ຫວຽດນາມ ຕ້ອງມີການປ່ຽນແປງທີ່ມີລັກສະນະຍຸດທະສາດ ແນໃສ່ດຶງດູດກະແສເງິນລົງທຶນ FDI ໃໝ່ມີຄຸນນະພາບກ່ວາ. ຕາມນັ້ນແລ້ວ ຄວນປ່ຽນແປງໂດຍພື້ນຖານກ່ຽວກັບການກຳນົດທິດການລົງທຶນຈາກຕ່າງປະເທດ, ພິເສດແມ່ນ ຄວນສົ່ງເສີມການລົງທຶນທີ່ມີເປົ້າໝາຍ ຫາກບໍ່ສົ່ງເສີມການລົງທຶນຕາມແບບກວມລວມ. ຕິດພັນ FDI ແລະ ວິສາຫະກິດເອກະຊົນ ເພື່ອເຂົ້າຮ່ວມໃນລະບົບມູນຄ່າທົ່ວໂລກຢ່າງມີປະສິດທິຜົນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ