ປ່ຽນແປ່ງໃໝ່, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຈັດຕັ້ງກຳມະບານ ຫວຽດນາມ ຢ່າງຄົບຊຸດ ແລະ ມີປະສິດທິຜົນ

(VOVWORLD) - ວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ເຮັດວຽກກັບ ສະຫະພັນໃຫຍ່ແຮງງານ ຫວຽດນາມ ກ່ຽວກັບແຜນຮ່າງ “ ປ່ຽນແປ່ງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຈັດຕັ້ງກຳມະບານ ຫວຽດນາມ ໃນສະພາບການໃໝ່”.
ປ່ຽນແປ່ງໃໝ່, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຈັດຕັ້ງກຳມະບານ ຫວຽດນາມ ຢ່າງຄົບຊຸດ ແລະ ມີປະສິດທິຜົນ - ảnh 1 ທ່ານນາງ ເຈືອງທິມາຍ ກ່າວຄຳເຫັນທີ່ການເຮັດວຽກ

ໂດຍເປັນປະທານໃນການເຮັດວຽກ, ທ່ານ ນາງ ເຈືອງທິມາຍ ປະທານຄະນະຂົນຂວາຍປະຊາຊົນສູນກາງ ເນັ້ນໜັກວ່າ: ອົງການຈັດຕັ້ງກຳມະບານ ຫວຽດນາມ ບໍ່ພຽງແຕ່ແມ່ນອົງການຈັດຕັ້ງຕາງໜ້າສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານເທົ່ານັ້ນ ຫາກຍັງມີບົດບາດສຳຄັນໃນການກໍ່ສ້າງຄວາມໄວ້ວາງໃຈຂອງປະຊາຊົນ ແລະ ຊາວຜູ້ອອກແຮງງານໃນທົ່ວປະເທດ ຕໍ່ໃນການຊີ້ນຳນຳພາຂອງພັກອີກດ້ວຍ. ສ່ວນສະຫະພັນໃຫຍ່ແຮງງານ ຫວຽດນາມ, ທ່ານ ບຸ່ຍວັນເກືອງ ປະທານສະຫະພັນໃຫຍ່ແຮງງານ ຢືນຢັນວ່າ: ເລື່ອງປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ອົງການຈັດຕັ້ງກຳມະບານ ແມ່ນຄວາມຈຳເປັນທີ່ສຸດເພື່ອຕອບສະໜອງຄວາມມຸ້ງມາດປາຖະໜາອັນຊອບທຳ ຂອງສະມາຊິກກຳມະບານ, ຊາວຜູ້ອອກແຮງງານ. ດັ່ງນັ້ນ, ອົງການຈັດຕັ້ງກຳມະບານ ຕ້ອງມີການປ່ຽນແປງໃໝ່ຢ່າງຄົບຊຸດ, ມີປະສິດທິຜົນ, ເປັນເຈົ້າການພັດທະນາການພົວພັນແຮງງານຕາມຂໍ້ກຳນົດຂອງກົດໝາຍ; ພ້ອມທັງຮັກສາຄວາມເປັນເອກະພາບຂອງຊາວຜູ້ອອກແຮງງານ ໃຫ້ເປັນກຸ່ມກ້ອນທີ່ໝັ້ນຄົງພາຍໃຕ້ການຊີ້ນຳນຳພາຂອງພັກ ເພື່ອພັດທະນາປະເທດຊາດ; ກໍ່ສ້າງແຫຼ່ງກຳລັງໃຫ້ມີຄວາມເຂັ້ມແຂງພຽງພໍ ເພື່ອສ້າງບັນດາສິດຜົນປະໂຫຍດໃຫ້ສະມາຊິກກຳມະບານ; ສ້າງຖັນແຖວພະນັກງານສະເພາະກິດໃຫ້ບັນລຸມາດຕະຖານ, ຄຸນນະພາບ. ທ່ານ ບຸ່ຍວັນເກືອງ ໃຫ້ຮູ້ວ່າ ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈະສືບຕໍ່ຮັບເອົາຄຳເຫັນຂອງບັນດາຜູ້ແທນເພື່ອປັບປຸງແຜນຮ່າງ “ ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຈັດຕັ້ງກຳມະບານ ຫວຽດນາມ ໃນສະພາບການໃໝ່” ຍື່ນສະເໜີຕໍ່ກົມການເມືອງ ໃນເດືອນ ສິງຫາ ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ