ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ

(VOVWORLD) -ຕອນບ່າຍວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການເງິນຫວຽດນາມ ໄດ້ສົມທົບກັບຄະນະຊີ້ນໍາການປ່ຽນແປງໃໝ່ ແລະພັດທະນາວິສາຫະກິດ ຈັດຕັ້ງການຖະແຫຼງຂ່າວ ກ່ຽວກັບການ “ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ”. 
ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ - ảnh 1ການຖະແຫຼງຂ່າວ ກ່ຽວກັບການ “ປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ” ຂອງກະຊວງການເງິນ (ພາບ: VGP )

ການຖະແຫຼງຂ່າວເພື່ອແນໃສ່ຮັບໃຊ້ກອງປະຊຸມປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ, ຈຸດໃຈກາງແມ່ນບັນດາກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ຂອງລັດ ເຊິ່ງຈະຖືກດໍາເນີນໃນວັນທີ 21 ພະຈິກ ຢູ່ຮ່າໂນ້ຍ. ທ່ານ ຫງວຽນຮົ່ງລອງ, ຮອງຫົວໜ້າຄະນະຊີ້ນໍາການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດສູນກາງຫວຽດນາມ, ໃຫ້ຮູ້ວ່າ:

        “ຫຼາຍຄົນເວົ້າວ່າ ເປົ້າໝາຍຂອງການປ່ຽນແປງໃໝ່ວິສາຫະກິດ ແມ່ນການຫັນລັດວິສາຫະກິດເປັນບໍລິສັດຫຸ້ນສ່ວນ ແຕ່ຂ້າພະເຈົ້າຄິດວ່າ ເປົ້າໝາຍຂອງການປ່ຽນແປງໃໝ່ວິສາຫະກິດບໍ່ແມ່ນການປ່ຽນແປງໃໝ່ການຖອນທຶນ ແຕ່ແມ່ນການປ່ຽນແປງໃໝ່ດ້ານວິທີການ, ເປົ້າໝາຍແມ່ນເພື່ອດໍາເນີນທຸລະກິດໃຫ້ມີປະສິດທິຜົນ. ຢາກດໍາເນີນທຸລະກິດມີປະສິດທິຜົນນັ້ນ ຕ້ອງໄດ້ປ່ຽນແປງກົນໄກການຄຸ້ມຄອງ. ການຄຸ້ມຄອງປ່ຽນແປງການບໍລິຫານການຜະລິດດໍາເນີນທຸລະກິດ ເພື່ອແນໃສ່ຮັບປະກັນລັກສະນະໂປ່ງໃສ ແລະ ເປີດເຜີຍ”.

ຕອບກັບ

ຂ່າວ/ບົດ​ອື່ນ