ປ່ຽນ​ແປງ​ໃໝ່, ​ປະ​ດິດ​ຄິດສ້າງ - ມຸ່ງ​ໄປ​ສູ່ປະ​ເທດ​ຫວຽດ​ນາມ​ພັດ​ທະ​ນາຢ່າງ​ວັດ​ຖະ​ນາ​ຖາ​ວອນ ແລະ ຍືນ​ຍົງ

(VOVWORLD) -ທ່ານ ຫວູກວັກຮູຍ, ຜູ້ອຳນວຍການສູນປ່ຽນແປງໃໝ່, ປະດິດຄິດສ້າງແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ໃຫ້ຮູ້ວ່າ, ລາຍການຊອກຫາວິທີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະ ຫັນເປັນດີຈີຕອນເພື່ອແນໃສ່ຊ່ວຍຍົກສູງກຳລັງຄວາມສາມາດຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ. 
ປ່ຽນ​ແປງ​ໃໝ່, ​ປະ​ດິດ​ຄິດສ້າງ - ມຸ່ງ​ໄປ​ສູ່ປະ​ເທດ​ຫວຽດ​ນາມ​ພັດ​ທະ​ນາຢ່າງ​ວັດ​ຖະ​ນາ​ຖາ​ວອນ ແລະ ຍືນ​ຍົງ - ảnh 1ພິທີປຸກລະດົມໂຄງການທ້າທາຍການປ່ຽນແປ່ງໃຫຍ່, ປະດິດຄິດສ້າງຢູ່ ຫວຽດນາມ 2022
(ພາບ: Vietnam+)

ຕອນເຊົ້າວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີປຸກລະດົມໂຄງການທ້າທາຍການປ່ຽນແປ່ງໃຫຍ່, ປະດິດຄິດສ້າງຢູ່ ຫວຽດນາມ 2022. ນີ້ແມ່ນໂຄງການປະຈຳປີນອນໃນຂອບເຂດຂໍ້ລິເລີ່ມປ່ຽນແປງໃໝ່, ປະດິດຄິດສ້າງ ຫວຽດນາມ (InnovateVN). ຂໍ້ລິເລີ່ມມຸ່ງໄປເຖິງການໜູນຊ່ວຍ, ພັດທະນາວິສາຫະກິດ 500 ແຫ່ງທີ່ນຳໜ້າໃນການປ່ຽນແປງໃໝ່, ປະດິດຄິດສ້າງນຳໜ້າພື້ນຖານເສດຖະກິດໃນປີ 2030, ກໍ່ຄືປະກອບສ່ວນເຂົ້າໃນການຍົກສູງຄວາມສາມາດໃນການປ່ຽນແປງໃໝ່, ປະດິດຄິດສ້າງ ໃນຂົງເຂດສາທາລະນະ ຢູ່ບັນດາອົງການຂັ້ນສູນກາງ ແລະ ທ້ອງຖິ່ນ. ຫົວຂໍ້ຂອງໂຄງການປີນີ້ແມ່ນ: “ປ່ຽນແປງໃໝ່, ປະດິດຄິດສ້າງກັບວິສາຫະກິດ ຫັນເປັນດີຈີຕອນ, ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ”. ທ່ານ ຫວູກວັກຮູຍ, ຜູ້ອຳນວຍການສູນປ່ຽນແປງໃໝ່, ປະດິດຄິດສ້າງແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ໃຫ້ຮູ້ວ່າ, ລາຍການຊອກຫາວິທີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະ ຫັນເປັນດີຈີຕອນເພື່ອແນໃສ່ຊ່ວຍຍົກສູງກຳລັງຄວາມສາມາດຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ. ທ່ານກ່າວວ່າ:

ຂ້າພະເຈົ້າແບ່ງເປັນບັນດາກຸ່ມຂົງເຂດ ໄດ້ຮັບບຸລິມະສິດ ທີ່ດຶງດູດບັນດາວິທີການ, ຂໍ້ລິເລີ່ມຂອງວິສາຫະກິດ ຫວຽດນາມ ເພື່ອປະກອບສ່ວນໜູນຊ່ວຍການຊຸກຍູ້ວິວັດການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນຂອງບັນດາວິສາຫະກິດ. ທີໜຶ່ງແມ່ນຍົກສູງຄວາມສາມາດຂອງລະບົບວິສາຫະກິດຂະໜາດກາງ ແລະ ນ້ອຍຜ່ານການໝູນໃຊ້ເຕັກໂນໂລຢີໃຫມ່, ວິວັດການໃຫມ່ ແລະ ວິທີການໃຫມ່. ທີສອງ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງຂົງເຂດວິສາຫະກິດ ຕ່າງປະເທດກໍ່ຄືບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ, ທີສາມແມ່ນຊຸກຍູ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຂອງ ຫວຽດນາມ ໃຫ້ເຂັ້ມແຂງກ່ວາ ເພື່ອມີຄວາມເປັນເຈົ້າການໃນການຫັນປ່ຽນຂຶ້ນສູ່ລະດັບສູງກ່ວາໃນລະບົບມູນຄ່າທົ່ວໂລກ.    

ຕອບກັບ

ຂ່າວ/ບົດ​ອື່ນ