ປ່ຽນ​ແປງ​ໃໝ່ ແລະ ປັບ​ຕົວ​ໃຫ້​ແທດ​ເໝາະເພື່ອ​ພັດ​ທະ​ນາ​ໃນ​ປີ 2024

(VOVWORLD) -  ຢູ່ເວທີປາໄສ, ບັນດາຜູ້ແທນໄດ້ສຸມໃສ່ໄຈ້ແຍກກາລະໂອກາດ ແລະ ສິ່ງທ້າທາຍຂອງພື້ນຖານເສດຖະກິດ ຫວຽດນາມ ຕໍ່ສະພາບການສາກົນ ດ້ວຍການຜັນແປບໍ່ເປັນປົກກະຕິ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. 
ປ່ຽນ​ແປງ​ໃໝ່ ແລະ ປັບ​ຕົວ​ໃຫ້​ແທດ​ເໝາະເພື່ອ​ພັດ​ທະ​ນາ​ໃນ​ປີ 2024 - ảnh 1ເວທີປາໄສປະຈຳປີ  (ພາບ: VOV)

ການປ່ຽນແປງໃໝ່ ແລະ ປັບຕົວໃຫ້ແທດເໝາະ, ແມ່ນສານໂດຍບັນດານັກຊ່ຽວຊານດ້ານເສດຖະກິດທັງພາຍໃນ ແລະ ຕ່າງປະເທດໄດ້ຍົກອອກມາໃນເວທີປາໄສປະຈຳປີ ແຜນການເສດຖະກິດ ຫວຽດນາມ ປີ 2024 (ຄັ້ງທີ 16), ໂດຍວາລະສານເສດຖະກິດ ຫວຽດນາມ - VnEconomy ສົມທົບກັບກະຊວງການຕ່າງປະເທດຈັດຂຶ້ນໃນຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ. ເວທີປາໄສປີນີ້ ມີຫົວຂໍ້ “ຊຸກຍູ້ກົນໄກນະໂຍບາຍ, ປະຕິບັດບັນດາກຳລັງໜູນເຕີບໂຕໃໝ່ຢ່າງແຮງກ້າ”.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

        “ບັນດາທ່າອ່ຽງໃໝ່ໃນການຮ່ວມສຳພັນເສດຖະກິດໂລກ ຈະສົ່ງຜົນກະທົບຕໍ່ບັນດາຂະແໜງອາຊີບ, ບັນດາຂົງເຂດການຜະລິດຂອງ ຫວຽດນາມ. ຫົວຂໍ້ຂອງເວທີປາໄສຄັ້ງນີ້ ແມ່ນຊຸກຍູ້ກົນໄກນະໂຍບາຍປະຕິບັດບັນດາກຳລັງໜູນການເຕີບໂຕໃໝ່ຢ່າງແຮງກວ່າ. ພວກຂ້າພະເຈົ້າຖືວ່າ ສອງເນື້ອໃນສຳຄັນ ທັງມີຄວາມໝາຍເປັນພື້ນຖານ, ທັງມີບົດບາດບຸກທະລຸຕໍ່ການພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ: ນັ້ນແມ່ນ ກົນໄກນະໂຍບາຍ ແລະ ກຳລັງໜູນການເຕີບໂຕໃໝ່”.

        ຢູ່ເວທີປາໄສ, ບັນດາຜູ້ແທນໄດ້ສຸມໃສ່ໄຈ້ແຍກກາລະໂອກາດ ແລະ ສິ່ງທ້າທາຍຂອງພື້ນຖານເສດຖະກິດ ຫວຽດນາມ ຕໍ່ສະພາບການສາກົນ ດ້ວຍການຜັນແປບໍ່ເປັນປົກກະຕິ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ພ້ອມດຽວກັນນັ້ນ, ຕີລາຄາກ່ຽວກັບຄວາມສາມາດປ່ຽນແປງບັນດາກຳລັງໜູນເຕີບໂຕທີ່ເປັນມູນເຊື້ອ ແລະ ຂຸດຄົ້ນເສີມຂະຫຍາຍປະສິດທິຜົນບັນດາກຳລັງໜູນເຕີບໂຕໃໝ່, ພິເສດແມ່ນກ່ຽວກັບການເຕີບໂຕສີຂຽວ ແລະ ຫັນເປັນສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ