ປ່ຽນແປງໃໝ່ຄຸນນະພາບ, ປະສິດທິຜົນກອງປະຊຸມສະພາແຫ່ງຊາດ

(VOVWORLD) -ຄວາມຕ້ອງການປະຕິຮູບ, ປ່ຽນແປງໃໝ່ການເຄື່ອນໄຫວແມ່ນຄວາມຈຳເປັນ, ເປັນປະຈຳ, ຕໍ່ເນື່ອງໃນຕະຫຼອດວິວັດການເຄື່ອນໄຫວຂອງສະພາແຫ່ງຊາດ.
ປ່ຽນແປງໃໝ່ຄຸນນະພາບ, ປະສິດທິຜົນກອງປະຊຸມສະພາແຫ່ງຊາດ - ảnh 1ການໂອ້ລົມສົນທະນາ
(ພາບ: TTXVN)

ຕອນບ່າຍວັນທີ 03 ມີນາ, ຢູ່ ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເມີ້ນ ໄດ້ເປັນປະທານການໂອ້ລົມສົນທະນາຮັບເອົາຄຳເຫັນປະກອບສ້າງແຜນຮ່າງສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງກອງປະຊຸມສະພາແຫ່ງຊາດສະໄໝຕ່າງໆ.

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເມີນ ເນັ້ນໜັກວ່າ, ຄວາມຕ້ອງການປະຕິຮູບ, ປ່ຽນແປງໃໝ່ການເຄື່ອນໄຫວແມ່ນຄວາມຈຳເປັນ, ເປັນປະຈຳ, ຕໍ່ເນື່ອງໃນຕະຫຼອດວິວັດການເຄື່ອນໄຫວຂອງສະພາແຫ່ງຊາດ. ນັ້ນກໍ່ແມ່ນຄວາມປາດຖະໜາ, ຄວາມມຸ່ງຫວັງຂອງການນຳສະພາແຫ່ງຊາດລຸ້ນຕ່າງໆ, ສະມາຊິກສະພາແຫ່ງຊາດກ່ຽວກັບສະພາແຫ່ງຊາດເປັນມືອາຊີບ, ທັນສະໄໝ, ເຄື່ອນໄຫວເພື່ອຜົນປະໂຫຍດຂອງປະເທດ, ຂອງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ.

ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ການປ່ຽນແປງໃໝ່ຂອງກອງປະຊຸມສະພາແຫ່ງຊາດ ຕ້ອງຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ການປ່ຽນແປງໃໝ່ນັ້ນຕ້ອງຮັດແໜ້ນ ແລະ ຄົບຊຸດກັບຄວາມຮຽກຮ້ອງຕ້ອງການສ້າງ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດໃຫ້ສົມບູນແບບ; ທັງເປັນການສືບທອດຈຸດທີ່ເໝາະສົມ, ແຕ່ກໍ່ຕ້ອງແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງໄດ້ໂດຍພື້ນຖານ ແລະ ຈິດໃຈປ່ຽນແປງໃໝ່ຕ້ອງແມ່ນປັດໃຈແກ່ນສານ. ບັນດາສະມາຊິກສະພາແຫ່ງຊາດສະເໜີໃຫ້ເພີ່ມເຕີມບັນດາມາດຕະການແກ້ໄຂເປັນພື້ນຖານ, ສະເໜີແນະ, ປັບປຸງ, ເພີ່ມເຕີມບາງມາດຕາຂໍ້ກຳນົດຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ