ປ່ຽນແປງໃໝ່ຈິນຕະນາການທາງດ້ານນິຕິກໍາ ເພື່ອພັດທະນາປະເທດຊາດ

(VOVWORLD) -    ວັນທີ 9 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດດ້ວຍຫົວຂໍ້ວ່າ “ສືບຕໍ່ປ່ຽນແປງໃໝ່ຈິນຕະນາການດ້ານນິຕິກໍາ ຮັບໃຊ້ພາລະກິດພັດທະນາປະເທດຊາດ”.
ປ່ຽນແປງໃໝ່ຈິນຕະນາການທາງດ້ານນິຕິກໍາ ເພື່ອພັດທະນາປະເທດຊາດ - ảnh 1ກອງປະຊຸມ ປ່ຽນແປງໃໝ່ຈິນຕະນາການທາງດ້ານນິຕິກໍາ ເພື່ອພັດທະນາປະເທດຊາດ (ພາບ: tapchicongsan.org.vn)

        ທີ່ກອງປະຊຸມ, ບັນດານັກຄຸ້ມຄ້ອງ, ນັກວິທະຍາສາດ, ນັກຄົ້ນຄວ້າ ແລະ  ນັກຊ່ຽວຊານ ແຖວໜ້າໃນຂະແໜງວິທະຍາສາດສັງຄົມ ແລະ ມະນຸດສາດໃນທົ່ວປະເທດ ຖືວ່າ ເລື່ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການດ້ານນິຕິກໍາຢູ່ຫວຽດນາມ ຄວນໄດ້ຮັບການປະຕິບັດດ້ວຍບັນດາທັດສະນະຄື: ປ່ຽນແປງໃໝ່ຈີນຕະນາການດ້ານນິຕິກໍາຮອດປີ 2030 ຢ່າງຮອບດ້ານ, ເປັນລະບົບ, ກວມລວມ ແລະ ວິໄສທັດຮອດປີ 2045; ປ່ຽນແປງຈີນຕະນາການດ້ານນິຕິກໍາ ໃໝ່ຢ່າງເຖິງຖອງ, ເລິກເຊິ່ງ; ສືບຕໍ່ພັດທະນາທິດສະດີກ່ຽວກັບຈິນຕະນາການດ້ານນິຕິກໍາ; ສືບທອດຈິນຕະນາການນິຕິກໍາຂອງຊາດ, ບັນດາຜົນງານທີ່ບັນລຸໄດ້ຈາກການປ່ຽນແປງໃໝ່ຈິນຕະນາການດ້ານນິຕິກໍາໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ປະເທດຊາດ.

        ບັນດາຄໍາສະເໜີ, ຄໍາເຫັນປະກອບ ແລະ ຂໍ້ສະເໜີແນະທີ່ກອງປະຊຸມໄດ້ຮັບການຮວບຮ່ວມ ແລະ ເປັນພື້ນຖານເພື່ອປະກອບຄໍາເຫັນໃສ່ການສ້າງເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ.


ຕອບກັບ

ຂ່າວ/ບົດ​ອື່ນ