ປ່ຽນໃໝ່ກົນໄກການເງິນໃຫ້ແກ່ສາທາລະນະສຸກຂັ້ນຮາກຖານເພື່ອທະວີຄຸນຮູບແບບທ່ານໝໍຄອບຄົວ

ປ່ຽນໃໝ່ກົນໄກການເງິນໃຫ້ແກ່ສາທາລະນະສຸກຂັ້ນຮາກຖານເພື່ອທະວີຄຸນຮູບແບບທ່ານໝໍຄອບຄົວ - ảnh 1
ກອງປະຊຸມຈັດຕັ້ງໃນວັນທີ 15/7
(ພາບ: VGP/ດິ່ງນາມ)

(vovworld) – ວັນ​ທີ 15/7, ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ ອີນ​ເຕີ​ເນັດ​ຂະຫຍາຍ​ຮູບ​ແບບ​ທ່ານໝໍ​ຄອບຄົວ​ຢູ່ 56 ສະຖານ​ທີ່​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ຖື​ວ່າ: ຫ້ອງ​ກວດ​ພະຍາດ​ທ່ານໝໍ​ຄອບຄົວ​ແມ່ນ​ຮູບ​ແບບທີ່​ດີ​ໃນ​ໂລກ ​ແຕ່​ການ​ຜັນ​ຂະຫຍາຍ​ປະຕິບັດ​ຢູ່ ຫວຽດນາມ ຍັງ​ບໍ່​ທັນ​ໄດ້​ດີ. ທ່ານ​ຮອງ​ນາຍົກລັດຖະມົນ ຊີ້​ແຈ້ງ​ບັນຫາ​ຕ້ອງ​ໄດ້​ປະຕິບັດ​ໃນ​ປະຈຸ​ບັນ​ແມ່ນ​ເພີ່ມ​ທະວີ​ກຳລັງ​ເບ່ິງ​ແຍງ​ສຸຂະພາບ​ໃນ​ເບື້ອງ​ຕົ້ນ ​ໃຫ້​ສຸກ​ສາລາ​. ພ້ອມ​ທັງ​ກຳນົດ​ລະອຽດ​ລະຫວ່າງ​ສຸກ​ສາລາ​ຢູ່​ເຂດ​ຊົນນະບົດ, ພ​ິ​ເສດ​ແມ່ນ​ເຂດ​ພູ​ດອຍ​ກັບ​ສຸກສາລາ​ຢູ່​​ເຂດ​ຕົວ​ເມືອງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ:

        “ປະຈຸ​ບັນ, ຢູ່​ຫຼາຍ​ບ່ອນ, ສຸກ​ສາລາ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໃຫຍ່​ໂຕ​ໂອ​​ໂຖງ ​ແຕ່​ບໍ່​ທັນ​ມີ​ຄົນ​ເຈັບ​ມາກ​ວດ, ປິ່ນປົວ​ພະຍາດ, ສ່ວນ​ຢູ່​ເຂດ​ພູ​ດອຍ​ບໍ່​ທັນ​ມີ​ສຸກສາລາ. ປະຈຸ​ບັນ, ບ່ອນ​ໃດ​ບໍ່​ທັນ​ມີ​ສຸກສາລາ​​ແມ່ນຕ້ອງ​ກໍ່ສ້າງ​ເລີຍ. ບາງ​ບ່ອນຢູ່​ເຂດ​ພູ​ສູງ, ຕາ​ແສງ​ໜຶ່ງ​ຕ້ອງ​ມີສຸກສາລາຫຼາຍ​ແຫ່ງ. ບັນຫາ​ຕ້ອງການ​ໃນ​ປະຈຸ​ບັນ​ແມ່ນ​ປ່ຽນ​ໃໝ່​ກົນ​ໄກ​ການ​ເງິນ​ໃຫ້​ສາທາ​ລະ​ສຸກຂັ້ນ​ຮາກ​ຖານ.”

 


ຂ່າວ/ບົດ​ອື່ນ