ປ່ຽນໃໝ່ການໂຄສະນາກ່ຽວກັບຜົນຮ້າຍຈາກຢາເສບຕິດປະເພດຢາບ້າ

(VOVWORLD) - ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດທົ່ວປະເທດ ເພື່ອສະຫຼຸບວຽກງານປີ 2017, ຜັນຂະຫຍາຍໜ້າທີ່ປີ 2018 ຂອງຄະນະກຳມະການແຫ່ງຊາດຕ້ານ ແລະ ສະກັດກັ້ນ AIDS ແລະ ຕ້ານ, ສະກັດກັ້ນໄພຢາເສບຕິດ, ໂສເພນີ ໄດ້ດຳເນີນໃນວັນທີ 8 ທັນວາ,
ປ່ຽນໃໝ່ການໂຄສະນາກ່ຽວກັບຜົນຮ້າຍຈາກຢາເສບຕິດປະເພດຢາບ້າ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຢູ່ສຳນັກງານນາຍົກລັດຖະມົນຕີ. ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການດັ່ງກ່າວເປັນເຈົ້າພາບຈັດກອງປະຊຸມ. ສະຫຼຸບກອງປະຊຸມ, ທ່ານ ຫວູດຶກດາມ ຖືວ່າ:

"ປັດຈຸບັນ, ຈຳນວນຜູ້ຕິດເຊື້ອ HIV ໃໝ່ມີທ່າອ່ຽງຫຼຸດລົງ, ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດ. ຕ້ອງມີຄວາມເດັດດຽວໃນໄລຍະສຸດທ້າຍນີ້. ປັດຈຸບັນ, 03 ມາດຖານ 90-90-90 ນັ້ນມີມາດຖານກ່ຽວຂ້ອງເຖິງການປິ່ນປົວ ARVແມ່ນມີຄວາມຫຍຸ້ງຍາກທີ່ສຸດ. ທີສອງແມ່ນຢາເສບຕິດປະເພດຢາບ້າ ແລະ ທີສາມແມ່ນການປິ່ນປົວດ້ວຍ Methadonne. ຖ້າຫາກວ່າແຂວງໃດບໍ່ຮັບປະກັນຄວາມຮຽກຮ້ອງໄດ້ ແຂວນັ້ນຈະຕ້ອງຮັບຜິດຊອບ“.

ຕອບກັບ

ຂ່າວ/ບົດ​ອື່ນ