ປ່ຽນໃໝ່,ພັດທະນາ ແລະຍົກສູງປະສິດ ທິຜົນເສດຖະກິດ ລວມໝູ່


ປ່ຽນໃໝ່,ພັດທະນາ ແລະຍົກສູງປະສິດ ທິຜົນເສດຖະກິດ ລວມໝູ່ - ảnh 1

(ພາບ: vov )

(vovworld)- ​ ​ ກອງ​ປະຊຸມ​ສຳ​ມະ​ນາ “ປ່ຽນໃໝ່, ພັດທະນາແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນການສ້າງໂຄງປະກອບວິສາຫະກິດຄືນໃໝ່“ ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 27/12 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເວື​ອງດິ່ງ​ເຮ້ວ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ​ຢືນຢັນ​ວ່າ: ການ​ພັດທະນາ​ເສດຖະກິດ​ລວມໝູ່​ແມ່ນ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ພັກ, ລັດ​ຫວຽດນາມ,​ ສະນັ້ນການ ປ່ຽນ​ໃໝ່, ພັດທະນາ ​ແລະ ຍົກ​ສູງປະສິດທິ​ຜົນ​ເສດຖະກິດ​ລວມໝູ່​​ແມ່ນ​ຈຳ​ເປັນ​ທີ່​ສຸດ. ທ່ານ​ເວື​ອງດິ່ງ​ເຮ້ວ ​ເນັ້ນໜັກ​ວ່າ:

  “ບັນດາບັນຫາດ້ານທິດສະດີແລະ ພຶດຕິກຳຕົວຈິງພາຍ​​ໃນປະເທດ ກໍ່ຄືໃນໂລກແມ່ນໃນກົນໄກຕະຫຼາດ, ການພັດທະນາຂອງສະຫະກອນແມ່ນສິ່ງແນ່ນອນພາວະວິໄສ. ຕໍ່ຫນ້າຄຳຮຽກຮ້ອງສ້າງໂຄງປະກອບວິສາຫະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບເຕີບໂຕໃນເງື່ອນໄຂນັບມື້ນັບເຊື່ອມ​​ໂຍງເຂົ້າກັບໂລກຢ່າງເລິກເຊິ່ງກ້ວາງຂວາງນັ້ນ, ການຍົກສູງກຳລັງແກ່ງແຍ້ງຂອງຜະລິດຕະພັນສິນຄ້າແມ່ນຈຳເປັນທີ່ສຸດ. ​ໃນການຜະລິດກະສິກຳຂອງຫວຽດນາມ, ປະຈຸບັນສ່ວນຫຼາຍແມ່ນມີຂອບຂະໜາດນ້ອຍ, ສະນັ້ນຄວາມຕ້ອງການຮ່ວມມືໃນການຜະລິດນັບມື້ນັບມີຄວາມຈຳເປັນທີ່ສຸດ.“/.

ຂ່າວ/ບົດ​ອື່ນ