ປ່ຽນໃໝ່ວຽກງານໂຄສະນາໃນສະພາບການໃໝ່


ປ່ຽນໃໝ່ວຽກງານໂຄສະນາໃນສະພາບການໃໝ່ - ảnh 1
(ທ່ານ ຟ້າ​ມວັນ​ລິງ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ)

(vovworld) - ຍາມ​ໃດ​ວຽກ​ງານ​ໂຄສະນາ​ກໍ່​ໄດ້​ຮັບ​ກຳນົດ​ວ່າ ​ແມ່ນ​ພາກສ່ວນ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ຊີ້​ນຳ​ນຳພາ​ຂອງ​ພັກ. ​ໃນ​ສະພາບ​ການ​ປະຈຸ​ບັນ, ວຽກ​ງານ​ໂຄສະນາ​ສຶກສາ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການປ່ຽນ​ໃໝ່​ນັບ​ທັງ​ດ້ານ​ເນື້ອ​ໃນ, ​ແບບ​ວິທີ, ທິດ​ນຳ​ປະຕິບັດ ​ແລະ ມີ​ບັນດາ​ວິທີ​ການ​ແກ້​ໄຂ​ທີ່​ເໝາະ​ສົມ ​ແລະ ຕ້ອງ​ປະຕິບັດ​ນັບ​ແຕ່​ຕົ້ນ​ອາຍຸ​ການ. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ ຟ້າ​ມວັນ​ລິງ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 86 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ຂະ​ແໜງ​ໂຄສະນາ​ສຶກສາ (1/8/1930-1/8/2016). ທ່ານ ຫງວຽນ​ວັນ​ລິງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ໝົດ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ຜັນ​ຂະຫຍາຍ​ແຜນ​ຮ່າງ​ປ່ຽນ​ໃໝ່​ເນື້ອ​ໃນ, ​ແບບ​ວິທີ​ປະຕິບັດ​ວຽກ​ງານ​ໂຄສະນາ​ສຶກສາ. ນີ້​ແມ່ນ​ບັນ​ຫາ​ສັງ​ລວມ, ເລິກ​ເຊິ່ງ ​ແລະ ຮອບດ້ານຂອງ​ທົ່ວ​ຂະ​ແໜງ, ສູນ​ກາງ ​ແລະ ທ້ອງ​ຖີ່​ນ, ນັບ​ແຕ່​ບົດບາດ​ໜ້າ​ທີ່, ​ກົງຈັກການຈັດ​ຕັ້ງ ຕະຫຼອດ​ຮອດ​ມະນຸດ. ພິ​ເສດ​ແມ່ນ​ຈະ​ມີ​ການ​ປ່ຽນ​​ໃໝ່, ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ສະໜອງ​ຂໍ້​ມູນ​ຂ່າວ​ຢ່າງ​ໄວ ​ແລະ ທັນ​ການ​ທີ່​ສຸດ. ຄຽງ​ຂ້າງ​ນັ້ນ​ແມ່ນ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ ​ແລະ ປັບປຸງ​ກົນ​ໄກ, ​ໃນ​ນັ້ນ​ມີ​ບັນຫາ​ວາງ​ແຜນ​​ພະນັກງານ​ໃນ​ທົ່ວ​ລະບົບ ກໍ່​ຄື​ຂອງ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ບັນດາ​ກົມ, ຫົວໜ່ວຍ. ພະນັກງານ​ຍັງ​ຄົງ​ແມ່ນກົກ​ເຄົ້າ​ຂອງ​ຄຸນ​ນະພາ​ບວຽກ​ງານ“.

        ຕາມ​ທ່ານ ຫງວຽນ​ວັນ​ລິງ ​ແລ້ວ, ​ໄລຍະ​ຈະ​ມາ​ເຖິງ, ຄວນ​ສືບ​ຕໍ່​ຜັນ​ຂະຫຍາຍ, ຊາບ​ຊືມບັນດາ​ມະຕິ​ຕາມ​ຄຳ​ສັ່ງ 01 ຂອງ​ກົມ​ການ​ເມືອງ, ກ່ຽວ​ກັບ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

ຂ່າວ/ບົດ​ອື່ນ