ປ່ຽນໃໝ່ຮູບແບບການຈັດຕັ້ງອຳນາດ ການປົກຄອງຕົວເມືອງ

ປ່ຽນໃໝ່ຮູບແບບການຈັດຕັ້ງອຳນາດ ການປົກຄອງຕົວເມືອງ - ảnh 1

ອຳນາດ​ການ​ປົກຄອງ​ຕົວ​ເມືອງຕ້ອງ​ຮັບ​ໃຊ້​ປະຊາຊົນ

(ພາບປະກອບ:baomoi.com)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ຮັບເອົາ​ຄຳ​ເຫັນ​ບັນດາ​ກະຊວງ, ອົງການ​ສູນ​ກາງ, ບັນດາ​ຜູ້​ຊ່ຽວຊານ, ນັກວິທະຍາສາດ, ນັກ​ຄຸ້ມ​ຄອງ ​ແລະ ຜູ້​ແທນ​ຕາງໜ້າ 32 ​ແຂວງ​ນະຄອນ​ເຂດ​ພາກ​ໃຕ້ ກ່ຽວ​ກັບ​ແຜນ​ຮ່າງຮູບ​​ແບບການຈັດຕັ້ງອຳນາດ​ການ​ປົກຄອງ​ຕົວ​ເມືອງ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 24/12 ຢູ່​ນະຄອນ​ໂຮ່ຈິ​ມິນ. ບັນດາ​ຜູ້​ແທນ​ທີ່​ເຂົ້າຮ່ວມກອງ​ປະຊຸມ​ສຳ​ມະ​ນາ​ຖື​ວ່າ:ການ​ປ່ຽນ​ໃໝ່ຮູບແບບການຈັດຕັ້ງ ອຳນາດ​ການ​ປົກຄອງ​ຕົວ​ເມືອງຕ້ອງ​ກະທັດ​ລັດ, ​ກຳນົດ​ຢ່າງ​ຈະ​ແຈ້ງ​ພາລະ​ໜ້າ​ທີ່, ຄວາມ​ຮັບຜິດຊອບ, ສິດ​ອຳນາດ​ລະຫວ່າງ​ໝູ່​ຄະນະ ​ແລະ ຜູ້ນຳ​​ອົງການ​ບໍລິຫານ; ບັນດາ​ວິທີ​ການ​ເລືອກ​ເຟັ້ນ, ຂໍ້​ສະ​ເໜີ​ຕ້ອງ​ສອດຄ່ອງ​ກັບ​ທັດສະນະ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການຈັດຕັ້ງ, ການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ. ບັນດາ​ຜູ້​ແທນ​ເນັ້ນໜັກ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ​ຕ້ອງ​ເຮັດ​ແຈ້ງ​ຮູບ​ແບບ​ການຈັດຕັ້ງ, ພາລະ​ໜ້າ​ທີ່, ສິດ​ອຳນາດ ​ແລະ ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ໃນ​ບໍລິ​ເວນ​ຕົວ​ເມືອງ ​ແລະ ​ເຂດ​ຊົນນະບົດ, ພ້ອມ​ທັງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຕໍ່​ຜູ້ນຳ​ໜ້າ, ຮັບປະກັນ​ລັກສະນະ​ເອກະ​ພາບ, ທະລຸ​ລ່ວງ​ຂອງ​ກົງຈັກ​ບໍລິຫານ​ຈາກ​ສູນ​ກາງ​ລົງ​ຮອດ​ຮາກ​ຖານ, ສ້າງ​ບາດກ້າວ​​ໃໝ່​ເພື່ອ​ແນ​ໃສ່​ຍົກ​ສູງ​ຜົນ​ສັກ​ສິດ, ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂັ້ນຕ່າງໆ.

ຂ່າວ/ບົດ​ອື່ນ