ປີເປັນປະທານອາຊຽນ:ຫວຽດນາມເປັນເຈົ້າການໃນການຊຸກຍູ້ຄວາມສາມັກຄີ ອາຊຽນ

(VOVWORLD) -ໃນລາຍການບັນລະຍາຍນະໂຍບາຍ ຊື່ງ ເອກອັກຄະລັດຖະທູດບັນດາປະເທດ ປະຈຳ ມາເລເຊຍ ສະເຫນີ ໂດຍສະຖາບັນຄົ້ນຄ້ວາການທູດ ແລະ ການພົວພັນຕ່າງປະເທດ ຂອງມາເລເຊຍ ຈັດຕັ້ງໃນວັນທີ 27 ກຸມພາຢູ່ ກົວລາລຳເປີ,

ທ່ານດັ້ງດີງກູຍ ເອກອັກຄະລັດຖະທູດຫວຽດນາມປະຈຳ ມາເລເຊຍ ໄດ້ບັນລະຍາຍບົດທີ່ມີຫົວຂໍ້ວ່າ:”ບັນດາເປົ້າໝາຍຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020.” ທ່ານ ດັ້ງດີງກູຍຢືນຢັນວ່າ: ຫວຽດນາມ ຈະມານະພະຍາຍາມສຳເລັດບົດບາດເປັນປະທານອາຊຽນ 2020 ດ້ວຍເປົ້າໝາຍ “ ເພື່ອໃຫ້ ອາຊຽນ ສະຫນິດຕິດພັນ ແລະເປັນເຈົ້າການຮັບມື”. ທ່ານ ກໍ່ໃຫ້ຮູ້ວ່າ ຫວຽດນາມ ຈະຊຸກຍູ້ບັນດາບຸລິມະສິດໃນປີເປັນປະທານ ອາຊຽນ. ເລື່ອງ ຫວຽດນາມ ຮັບບົດບາດເປັນປະທານອາຊຽນ ແມ່ນຄວາມຮັບຜິດຊອບອັນໃຫຍ່ຫລວງ, ນຳມາເຊິ່ງກາລະໂອກາດຫລາຍຢ່າງ ແຕ່ສິ່ງທ້າທາຍກໍໍ່ບໍ່ແມ່ນຫນ້ອຍ. ຫວຽດນາມ ຕັດສິນໃຈ ແລະ ສະຫງວນບຸລິມະສິດສູງສຸດເພື່ອປະຕິບັດຫນ້າທີ່ສຳຄັນນີ້ ປະກອບສ່ວນສ້າງປະຊາຄົມ ອາຊຽນ ໃຫ້ນັບມື້ນັບສະຫນິດຕິດພັນ ແລະເຂັ້ມແຂງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ