ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບອາຊີ ແລະ ປາຊີຟິກ ຢ້ຽມຢາມ ສ.ເກົາຫຼີ

(VOVWORLD) -ໃນການເຈລະຈາ, ເຈົ້າໜ້າທີ່ 2 ທ່ານ ໄດ້ຢືນຢັນຄຳໝັ້ນສັນຍາຂອງ ສ.ເກົາຫຼີ ແລະ ອາເມລິກາ ສຳລັບບັນຫາປອດນິວເຄຼຍຢູ່ ສປປ.ເກົາຫຼີ.
ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບອາຊີ ແລະ ປາຊີຟິກ ຢ້ຽມຢາມ ສ.ເກົາຫຼີ - ảnh 1ທ່ານ Daniel Kritenbrik, ຜູ້ຊ່ວຍວຽກຮັບຜິດຊອບບັນດາບັນຫາ ອາຊີ ແລະ ປາຊີຟິກ
(ພາບ: Yonhap/TTXVN)

ວັນທີ 27 ສິງຫາ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ, ທ່ານ Daniel Kritenbrik, ຜູ້ຊ່ວຍວຽກຮັບຜິດຊອບບັນດາບັນຫາ ອາຊີ ແລະ ປາຊີຟິກ, ໄດ້ພົບປະກັບທ່ານ Kim Guun, ຜູ້ຕາງໜ້າພິເສດຂອງ ສ.ເກົາຫຼີ ກ່ຽວກັບບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແກຼມເກົາຫຼີ, ເພື່ອປຶກສາຫາລືຫຼາຍບັນຫາພວມຄົງຕົວ, ໃນນັ້ນມີບັນຫາປອດນິວເຄຼຍໃນແຫຼມເກົາຫຼີ.

ໃນການເຈລະຈາ, ເຈົ້າໜ້າທີ່ 2 ທ່ານ ໄດ້ຢືນຢັນຄຳໝັ້ນສັນຍາຂອງ ສ.ເກົາຫຼີ ແລະ ອາເມລິກາ ສຳລັບບັນຫາປອດນິວເຄຼຍຢູ່ ສປປ.ເກົາຫຼີ. ທ່ານ Daniel Kritenbrik, ຢືຢືນຄືນໃໝ່ການສະໜັບສະໜູນຢ່າງແຮງຂອງ ວໍຊິງເຕັນ ຕໍ່ຂໍ້ລິເລີມຂອງທ່ານປະທານາທິບດໍ Yoon Suk yeol ເພື່ອແນໃສ່ປົວແປງພື້ນຖານເສດຖະກິດຂອງ ສປປ.ເກົາຫຼີ ແລະ ແລກເອົາເລື່ອງ ພຽງຢາງ ປະຕິບັດບັນດາບາດກ້າວ ເພື່ອກ້າວໄປເຖິງການປອດນິວເຄຼຍ.

ທ່ານ Daniel Kritenbrik, ໄດ້ໄປຢ້ຽມຢາມເຖິງ ສ.ເກົາຫຼີ ໃນເວລາ 3 ວັນ, ນັບແຕ່ວັນທີ 25 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ