ຜູ້ຊ່ຽວຊານອາເມລິກາ: ຫວຽດນາມມີບາດກ້າວ ເດີນທີ່ຕັ້ງໜ້າໃນການ ບໍລິຫານເສດຖະກິດ


ຜູ້ຊ່ຽວຊານອາເມລິກາ: ຫວຽດນາມມີບາດກ້າວ ເດີນທີ່ຕັ້ງໜ້າໃນການ ບໍລິຫານເສດຖະກິດ - ảnh 1

(ພາບປະກອບ: TTXVN)

 (vovworld)- ​ ​ເມື່ອ​ຕອບ​ສຳພາດຕໍ່ນັກ​ຂ່າວຂ່າ​ວສານ​ຫວຽ​ດນາມ ຢູ່​ນິວຢອກ, ທ່ານ Bill Witherell ຜູ້​ຊ່ຽວຊານ​ເສດຖະກິດ ສັງກັດ​ກອງ​ທຶນ Cumberland Advisors ຂອງ​ອາ​ເມ​ລິ​ກາ ​ຖື​ວ່າ: ຫວຽດນາມ ​ມີ​ບາດກ້າວ​ເດີນ​ທີ່​ຕັ້ງໜ້າ ​ແລະ ສຳຄັນໃນ​ການ​ບໍລິຫານ​ເສດຖະກິດ ​ແລະ ປັບ​ປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ທ່ານ Bill Witherell ​ເນັ້ນໜັກ​ວ່າ, ສິ່ງ​ສຳຄັນ​ແມ່ນລັດ​ຫວຽດນາມ ພວມ​ປະຕິ​ຮູບ​ພື້ນຖານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຢ່າງ​ແຮງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ທັກ​ສະ​ໃຫ້​ແກ່​ແຫຼ່ງຊັບ ພະຍາກອນ​ມະນຸດ​ໃນ​ປະຈຸ​ບັນ. ຕາມ​ທ່ານ Bill Witherell ​ແລ້ວ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນຢູ່​ຫວຽດນາມ ມີ​ບົດບາດ​ໃຈກາງ​ໃຫ້​ແກ່​ການ​ເຕີບ​ໂຕ​ດ້ານ​ເສດ ຖະກິດ​ ​ແລະ ພັດທະນາ​​ແຫ່ງ​ຊາດ. ດ້ວຍ​ການ​ຕີ​ລາ​ຄາ​ທີ່​ຕັ້ງໜ້າ​ກ່ຽວ​ກັບ​ຄວາມ​ສາມາດ​ບໍລິຫານ​ເສດຖະກິດ ​ແລະ ປັບ​ປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຂອງ​ຫວຽດນາມ, ທ່ານ Bill Witherell ຕີ​ລາຄາ​ວ່າ ​ແງ່​ຫວັງ​ການ​ເຕີບ​ໂຕ​ຂອງ​ຫວຽດນາມ ​ແມ່ນ​ດີ​ທີ່ສຸດ ​ແລະ ຄາດໝາຍ​ເຕີບ​ໂຕ 5,7% ​ໃນ​ປີ 2014 ​ແມ່ນ “ສາມາດ​ເປັນ​ໄປ​ໄດ້“. ຕາມ​ການ​ຄາດ​ຄະ​ເນ​ຂອງ​ທ່ານ, ການ​ເຕີບ​ໂຕ​ຈີ​ດີ​ພີ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ແມ່ນ​ແຕ່ 6-7% ຍ້ອນ​ກະ​ແສ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ສືບ​ຕໍ່​ເພີ່ມ​ຂຶ້ນ, ຊ່ວຍ​ຊຸກຍູ້​ການ​ສົ່ງ​ອອກ./.

ຂ່າວ/ບົດ​ອື່ນ