ຜູ້ຕິດເຊື້ອ ໂຄວິດ-19 ເກືອບ 39.000 ຄົນໄດ້ຮັບການປິ່ນປົວຫາຍດີໃນວັນທີ 12 ມັງກອນ

(VOVWORLD) -ນັບແຕ່ເວລາ 16 ໂມງຂອງວັນທີ 11 ມັງກອນ ຫາ ເວລາ 16 ໂມງຂອງວັນທີ 12 ມັງກອນ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 16.135 ຄົນ, ໃນນັ້ນ ມີ 69 ກໍລະນີມາຈາກຕ່າງປະເທດ ແລະ 16.066  ກໍລະນີຢູ່ 60 ແຂວງ, ນະຄອນພາຍໃນປະເທດ
ຜູ້ຕິດເຊື້ອ ໂຄວິດ-19 ເກືອບ 39.000 ຄົນໄດ້ຮັບການປິ່ນປົວຫາຍດີໃນວັນທີ 12 ມັງກອນ - ảnh 1ພາບປະກອບ

      ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 1.958.719  ຄົນ

      ກໍໃນວັນທີ 12 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 38.943 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.635.899 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດຕື່ມອີກ 177 ຄົນ

      ໄລ່ຮອດ ປະຈຸບັນ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ 163,3 ລ້ານໂດສ, ອັດຕາການສັກວັກຊິນເຂັມທີ 1 ແມ່ນ 100%,  ສັກວັກຊີນເຂັມທີ 2 ແມ່ນ 92,8% ແລະ ສັກວັກຊິນ ເຂັ້ມທີ 3 ແມ່ນ 11,5% ຈຳນວນປະຊາກອນໄວ 18 ປີຂຶ້ນໄປ

ຕອບກັບ

ຂ່າວ/ບົດ​ອື່ນ