ຜູ້​ຕິດ​ເຊື້ອພະຍາດ ໂຄ​ວິດ - 19 ໃນ​ທົ່ວ​ໂລກມີ​​ເກືອບ 4,9 ລ້ານ​ຄົນ

(VOVWORLD) - ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າຂອງວັນທີ 19 ພຶດສະພາ (ຕາມເວລາຫວຽດນາມ), ໃນທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດເກືອບ 4,9 ລ້ານ ຄົນ, ໃນນັ້ນ ມີເກືອບ 320.000 ກໍລະນີເສຍຊີວິດ. 
ຜູ້​ຕິດ​ເຊື້ອພະຍາດ ໂຄ​ວິດ - 19 ໃນ​ທົ່ວ​ໂລກມີ​​ເກືອບ 4,9 ລ້ານ​ຄົນ - ảnh 1 ພະນັກງານການແພດຢູ່ອີຕາລີ (ພາບ: AFP/TTXVN)

ຈໍານວນຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ອອກໂຮງໝໍແມ່ນ 1,9 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ ດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 1.550.080 ຄົນ ແລະ ມີເກືອບ 92.000 ຄົນເສຍຊີວິດ. ບຣາຊີິນ ແມ່ນປະເທດຢືນອັນດັບທີ 2 ໃນໂລກກ່ຽວກັບຈໍານວນຕົວເລກຜູ້ຕິດເຊື້ອໃໝ່ (14.288 ກໍລະນີ) ແລະ ຈໍານວນຕົວເລກຜູ້ເສຍຊີວິດໃໝ່ (735 ກໍລະນີ). ສະພາບການໂລກລະບາດຢູ່ ອິນເດຍ ພວມມີສັນຍານເພີ່ມຂຶ້ນ ດ້ວຍ 4.642 ກໍລະນີຕິດເຊື້ອໃໝ່ພາຍໃນ 01 ວັນ ແລະ 131 ກໍລະນີເສຍຊີວິດ. ໄລ່ຮອດປັດຈຸບັນ, ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ອິນເດຍໄດ້ເພີ່ມຂຶ້ນເຖິງຫຼາຍກວ່າ 100.000 ຄົນ ແລ້ວ. ໃນຂະນະນັ້ນ, ຫຼາຍປະເທດຄື ອີຣານ, ອາຣັບບິ ຊະອຸດິ, ຈີເລ, ປາກິດສະຖານ, ເມັກຊີໂກ... ກໍ່ໄດ້ຢັ້ງຢືນຈໍານວນຜູ້ຕິດເຊື້ອໃໝ່ພາຍໃນ 01 ວັນແມ່່ນ ຫຼາຍໜ້ອຍກວ່າ 2.000 ກໍລະນີ, ອັນໄດ້ວາງອອກສິ່ງທ້າທາຍໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ ເມື່ອຫຼາຍປະເທດເຫຼົ່ານີ້ ໄດ້ເລີ່ມຍົກເລີກບັນດາມາດຕະການປ້ອງກັນໃນໄລຍະເກີດໂລກລະບາດ. 

ຕອບກັບ

ຂ່າວ/ບົດ​ອື່ນ