ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ຫຼາຍຄົນ​ຂອງຫວຽດນາມ ​ໄດ້​ຫາຍ​ດີ​ເປັນ​ປົກ​ກະ​ຕິ

(VOVWORLD) -ໄລ່ຮອດເວລາ 12 ໂມງຂອງວັນທີ 30 ມີນາ, ຫວຽດນາມ ໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 194 ຄົນ ໃນນັ້ນ ມີ 55 ກໍລະນີ ໄດ້ປະກາດວ່າຫາຍດີເປັນປົກກະຕິແລ້ວ.

        ຕອນເຊົ້າວັນທີ 30 ມີນາ, ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ ຮ່າໂນ້ຍ ໄດ້ໃຫ້ອອກໂຮງໝໍສໍາລັບຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ຫາຍດີເປັນປົກກະຕິ 27 ຄົນ. ຕາມການແນະນໍາຫຼ້າສຸດຂອງກະຊວງສາທາລະນະສຸກແລ້ວ ຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍຫຼັງໄດ້ອອກໂຮງໝໍແລ້ວ ຈະຕ້ອງປະຕິບັດການແຍກຕົວຢູ່ກັບບ່ອນພັກອາໄສ ແລະ ຕິດຕາມສຸຂະພາບພາຍໃນ 14 ວັນ.

        ແລະກໍໃນວັນດຽວກັນ, ຢູ່ໂຮງໝໍປິ່ນປົວພະຍາດລະບົບຫາຍໃຈ ກູ໋ຈີ ນະຄອນໂຮ່ຈີມິນ ກໍໄດ້ປະກາດວ່າ ມີຜູ້ຕິດເຊື້ອພະຍາດດັ່ງກ່າວ 3 ຄົນ ກໍໄດ້ຫາຍດີເປັນປົກກະຕິພາຍຫຼັງໄດ້ປິ່່ນປົວເປັນເວລາຫຼາຍວັນ. ໃນຈໍານວນຜູ້ຕິດເຊື້ອ 3 ຄົນດັ່ງກ່າວ ມີຜູ້ໜຶ່ງເປັນຊາວຕ່າງປະເທດ ແລະ ສອງຄົນເປັນຊາວຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ