ຜູ້​ຕິດ​​ເຊື້​ອພະຍາດ​ໂຄ​ວິດ - 19 ​ໃນ​ທົ່ວ​ໂລກ ​ແມ່ນ​ເກືອບ 595.000 ຄົນ

(VOVWORLD) -ຕາມເວັບໄຊ worldometers.info, ໄລ່ຮອດເວລາ 7 ໂມງ 45 ນາທີຂອງວັນທີ 28 ມີນາ (ຕາມເວລາຫວຽດນາມ”, ໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຈຳນວນ 594.377 ຄົນ ແລະ 27.250 ຄົນເສຍຊີວິດ. ຈໍານວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແມ່ນ 133.000 ຄົນ.

ອາເມລິກາກາຍເປັນຈຸດໃຈກາງຂອງໂລກລະບາດໃນໂລກ ເມື່ອຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 102.400 ຄົນ, ຖັດມາແມ່ນອີຕາລີດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 86.500 ຄົນ ແລະທີ 3 ແມ່ນຈີນ ເມື່ອຢັ້ງຢືນມີ 81.400 ກໍລະນີຕິດເຊື້ອ.

ກ່ຽວກັບຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ, ອີຕາລີຢືນຢູ່ອັນດັບທີ 1 ດ້ວຍຈໍານວນກວ່າ 9.100 ຄົນ, ຖັດມາແມ່ນ ແອັດສະປາຍດ້ວຍກວ່າ 5.100 ຄົນ, ຈີນ ເກືອບ 3.300 ຄົນ ແລະອີຣານ ແມ່ນ 2.400 ຄົນ.

        ໂລກລະບາດຍັງສືບຕໍ່ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດອື່ນອີກ ເປັນຕົ້ນແມ່ນຢູ່ແອັດສະປາຍ ໄດ້ປະກາດວ່າມີຜູ້ຕິດເຊື້ອຫຼາຍກວ່າ 65.700 ຄົນ, ກົມໃຫຍ່ສາທາລະນະສຸກຝລັ່ງກໍຢັ້ງຢືນວ່ານັບແຕ່ເມື່ອພະຍາດໄດ້ລະບາດຈົນມາເຖິງປັດຈຸບັນມີຜູ້ເສຍຊີວິດເກືອບ 2000 ຄົນ. ຈໍານວນຜູ້ເສຍຊີວິດຢູ່ອັງກິດກໍຂຶ້ນເຖິງ 759 ຄົນແລ້ວ, ທ່ານນາຍົກລັດຖະມົນຕີອັງກິດ Boris Jonhnson ແລະ ທ່ານລັດຖະມົນຕີກະຊວງສາທາລະນະສຸກ Mark Hancock ກໍ່ຕິດເຊື້ອພະຍາດໂຄວິດ - 19 ແລ້ວ ແຕ່ອາການຍັງບໍ່ທັນຮ້າຍແຮງ ແລະ ໄດ້ແຍກຕົວຢູ່ເຮືອນ.

ນອກຈາກນັ້ນ, ປັດຈຸບັນໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດອອກສູ່ 39 ໃນຈໍານວນ 47 ປະເທດອາຟະລິກາ ເຊິ່ງເປັນສະມາຊິກຂອງອົງການອະນາໄມໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ