ຜູ້ຕ້ອງສົງໄສ ກໍ່ການຮ້າຍຄົນທີ 2 ໃນເຫດວາງລະເບີດ ຢູ່ Boston ໄດ້ຖືກຈັບຕົວແລ້ວ

ຜູ້ຕ້ອງສົງໄສ ກໍ່ການຮ້າຍຄົນທີ 2 ໃນເຫດວາງລະເບີດ ຢູ່ Boston ໄດ້ຖືກຈັບຕົວແລ້ວ - ảnh 1
 ພາບ 2 ຄົນທີ່ລະແວງສົງ​ໄສ​ກໍ່​ການ​ຮ້າຍ​ ​ໃນ​ເຫດ​ວາງ​ລະ​ເບີດ​ຢູ່ Boston
(ພາບ : AP)

Vovworld- ພາຍຫຼັງ​ທຳ​ການ​ກວດ​ຄົ້ນ​ເຮືອນ​ຊານ​ໃນ​ບໍລິ​ເວນ Watertown ທີ່ Boston ​ເປັນ​ເວລາ 1 ວັນ, ຕອນ​ຄ່ຳ​ວັນ​ທີ 19/4, ກຳລັງ​ຕຳຫຼວດ ​ແລະ ກຳລັງ​ສະ​ເພາະ​ກິດ​ຂອງ​ອາ​ເມ​ລິ​ກາ​ໄດ້​ປະກາດ​ວ່າ ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ​ຄົນທີ 2 ​ໃນ​ເຫດ​ວາງ​ລະ​ເບີດ​ຢູ່ Boston ​ໄດ້​ຖືກ​ຈັບ​ຕົວ​ຄຸມ​ຂັງ​ແລ້ວ. ກ່ອນ​ໜ້າ​ນັ້ນ, ​ແຫຼ່ງຂ່າວ​ຈາກ​ຕຳຫຼວດ​ອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ​ຄົນທີ 2 ​ໄດ້ລີ້​ຊ້ອນ​ໃນ​ເຮືອ​ລຳ​ໜຶ່ງ ໃນ​ບໍລິ​ເວນ Watertown ທີ່ Boston. ກຳລັງ​ຕຳຫຼວດ ​ແລະ ກຳລັງ​ສະ​ເພາະ​ກິດ​ຂອງ​ອາ​ເມ​ລິ​ກາ ​ໂດຍ​ໄດ້​ຮັບ​ການ​ຄຸຸ້ມກັນ​ຈາກ​ລົດ​ຫຸ້ມ​ເກາະ ​ໄດ້​ປິດ​ລ້ອມ​ບໍລິ​ເວນ​ທີ່ ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍລີ້​ຊ້ອນ. ແຫຼ່ງຂ່າວ​ຈາກ​ຕຳຫຼວດ​ອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ​ຄົນທີ 2 ​ແມ່ນ​ມີ​ຊື່ວ່າ  Dzhokhar Tsarnaev ມີອາຍຸ19 ປີ, ຜູ້ກ່ຽວໄດ້ຮັບບາດເຈັບ ແລະ ມີອາການ ສາຫັດ.
ຂ່າວ/ບົດ​ອື່ນ