ຜູ້ຕາງ​ໜ້າ ອົງ​ການ UNICEF ຕີ​ລາ​ຄາ​ສູງ ຫວຽດ​ນາມ ໃນ​ວຽກ​ງານ​ປົກ​ປ້ອງ​ເດັກ​ໃນ​​ສະ​ພາບ​ເກີດໂລກ​ລະ​ບາດ

(VOVWORLD) -ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ ໄດ້ຕີລາຄາສູງບັນດາມາດຕະການ ແລະ ບັນດາການເຄື່ອນໄຫວດ້ວຍຄວາມຕັດສິນໃຈສູງຂອງລັດຖະບານ ຫວຽດນາມ ເພື່ອແນໃສ່ຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ - 19.
ຜູ້ຕາງ​ໜ້າ ອົງ​ການ UNICEF ຕີ​ລາ​ຄາ​ສູງ ຫວຽດ​ນາມ ໃນ​ວຽກ​ງານ​ປົກ​ປ້ອງ​ເດັກ​ໃນ​​ສະ​ພາບ​ເກີດໂລກ​ລະ​ບາດ - ảnh 1ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ (ພາບ: TTXVN)

   ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ກ່ຽວກັບສິດທິເດັກ ແລະ ການປົກປ້ອງ, ເບິ່ງແຍງດູແລເດັກໃນໄລຍະເກີດໂລກລະບາດໂຄວິດ - 19, ເດືອນກະທຳເພື່ອເດັກ ປີ 2021 ຂອງ ຫວຽດນາມ ໄດ້ສຸມໃສ່ຫົວຂໍ້: “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກໃນສະພາບເກີດໄພທຳມະຊາດ ແລະ ໂລກລະບາດ”. ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ ໄດ້ຕີລາຄາສູງບັນດາມາດຕະການ ແລະ ບັນດາການເຄື່ອນໄຫວດ້ວຍຄວາມຕັດສິນໃຈສູງຂອງລັດຖະບານ ຫວຽດນາມ ເພື່ອແນໃສ່ຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ - 19 ແລະ ດຳເນີນການສັກວັກຊິນຢ່າງວ່ອງໄວ, ປອດໄພໃຫ້ແກ່ປະຊາຊົນ.

        ຕາມທ່ານນາງ Rana Flowers ແລ້ວ, ສາມຂົງເຂດສຳຄັນໃນການປົກປ້ອງເດັກ ເຊິ່ງລັດຖະບານ ຫວຽດນາມ ກໍຄື UNICEF ຕ້ອງເອົາໃຈໃສ່ເພື່ອປ້ອງກັນໄດ້ດີກວ່ານັ້ນແມ່ນ, ປ້ອງກັນ, ຕ້ານການທຳຮ້າຍ, ໃຊ້ຄວາມຮຸນແຮງສຳລັບເດັກ; ປົກປ້ອງເດັກຢ່າງປອດໄພໃນເຄືອຂ່າຍອິນເຕີເນັດ; ປົກປ້ອງເດັກໃນເງື່ອນໄຂປະຕິບັດການແຍກຕົວຍ້ອນໂລກລະບາດໂຄວິດ - 19. ຢູ່ທັງສາມຂົງເຂດດັ່ງກ່າວ, ທ່ານນາງ Rana Flowers ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຮ່ວມມືກັບບັນດາອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງສາກົນ ເພື່ອຮັບປະກັນການໜູນຊ່ວຍຢ່າງທັນການ ແລະ ປົກປ້ອງເດັກຕໍ່ໜ້າຜົນກະທົບ ແລະ ຂໍ້ຈຳກັດຂອງໂລກລະບາດ ໂຄວິດ - 19.  

ຕອບກັບ

ຂ່າວ/ບົດ​ອື່ນ