ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ມີຄວາມວິຕົກກັງວົນກ່ຽວກັບຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງກັບ ຈີນ

(VOVWORLD) -ທ່ານ Donald Trump ບໍ່ສະໜອງຂໍ້ມູນລາຍລະອຽດໃດໆ ໃນສະພາບການບັນດາບໍລິສັດໃຫຍ່ ພວມວິຕົກກັງວົນຕໍ່ເລື່ອງຈັບຕົວການນໍາແຖວໜ້າຂອງ Huawei  ຊຶ່ງອາດຈະສົ່ງຜົນກະທົບບໍ່ດີຕໍ່ການພົວພັນລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ.

ວັນທີີ 9 ທັນວາ, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer, ເຊິ່ງເປັນຜູ້ຮັບຜິດຊອບການເຈລະຈາດ້ານການຄ້າກັບຈີນ, ຖືວ່າ ວັນທີ 01  ມີນາ 2019 ແມ່ນ ກໍານົດເວລາສຸດທ້າຍ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ເພື່ອບັນລຸໄດ້ຂໍ້ຕົກລົງ ແນໃສ່ສະກັດກັ້ນ ສົງຄາມການຄ້າບໍ່ໃຫ້ຂະຫຍາຍສູ່ວົງກວ້າງ ລະຫວ່າງສອງປະເທດເສດຖະກິດມະຫາອໍານາດແຖວໜ້າຂອງໂລກນີ້.

ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ມີຄວາມວິຕົກກັງວົນກ່ຽວກັບຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງກັບ ຈີນ - ảnh 1ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer (ພາບ: REUTERS/TTXVN)

ຄໍາກ່າວປາໄສຂອງຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໄດ້ດັບມອບບັນດາຄວາມມຸ່ງຫວັງ ທີ່ຖືວ່າ ໄລຍະເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ອາດຈະຖືກແກ່ຍາວໄປຕື່ມ.ກ່ອນນີ້ 02 ວັນ, ໂດຍບໍ່ຫົວຊາຕໍ່ບັນດາຄວາມເຄັ່ງຕຶງທີ່ມີສ່ວນກ່ຽວຂ້ອງເຖິງການຈັບຕົວທ່ານນາງ ເມີ້ງອວານເຈົາ ຮອງປະທານ ທັງເປັນຜູ້ອໍານວຍການການເງິນ (CFO) ຂອງ ກຸ່ມບໍລິສັດ Huawei ຂອງ ຈີນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຍັງສະແດງຄວາມປະເອີບໃຈ ຕໍ່ບັນດາການເຈລະຈາດ້ານການຄ້າກັບຈີນ. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ບໍ່ສະໜອງຂໍ້ມູນລາຍລະອຽດໃດໆ ໃນສະພາບການບັນດາບໍລິສັດໃຫຍ່ ພວມວິຕົກກັງວົນຕໍ່ເລື່ອງຈັບຕົວການນໍາແຖວໜ້າຂອງ Huawei  ຊຶ່ງອາດຈະສົ່ງຜົນກະທົບບໍ່ດີຕໍ່ການພົວພັນລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ