ຜູ້ຕາງໜ້າດ້ານການຄ້າອາເມລິກາປາດຖະໜາຢາກປະຕິບັດການເຊັນ ສັນຍາTPPໂດຍໄວ

ຜູ້ຕາງໜ້າດ້ານການຄ້າອາເມລິກາປາດຖະໜາຢາກປະຕິບັດການເຊັນ ສັນຍາTPPໂດຍໄວ - ảnh 1
ທ່ານ Michael Froman    (ພາບ:baotintuc.vn)

 (vovworld) ​ໃນ​ຖະ​ແຫຼງການ​ໜຶ່ງ​ທີ່​ສ່ອງ​ແສງ​ແນວ​ຄິດປະ​ເອີ​ບ​ໃຈ ພາຍຫຼັງ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Barack Obama ​ທີ່​ໄດ້​ຮັບ​ສິດ​ເຈລະຈາ​ໄວ​ຈາກ​ສະພາ​ແຫ່ງ​ຊາດ, ຜູ້ຕາງໜ້າ​ດ້ານການ​ຄ້າ​ ອາ​ເມ​ລິ​ກາ ທ່ານ Michael Froman ສະ​ແດງ​ຄວາມ​ມຸ່ງ​ຫວັງ​ຢາກປະຕິບັດສຳ​ເລັດການ​ເຈລະຈາ​ກ່ຽວ​ກັບ​ສົນທິສັນຍາ​ຄູ​່ຮ່ວມ​ມື​ຂ້າມປາຊີ​ຟີ​ກ (TPP) ​ລະຫວ່າງ ອາ​ເມ​ລິ​ກາ ກັບ 11 ປະ​ເທດ​ອື່ນ​ໂດຍ​ໄວ​ ​ເພື່ອ​ຍື່ນສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຮັບຮອງ​​ເອົາກ່ອນ​ທ້າຍ​ປີ​ 2015. ກ່າວ​ຄຳ​​ເຫັນ​ວັນ​ທີ 1/7 ຢູ່​ເວທີ​ປາ​ໄສ​ໂດຍ​ເວັບ​​ໄຊ “Politico.com” ຈັດ​ຕັ້ງ​ທີ່​ນະຄອນຫລວງ ວໍ​ຊິງ​ຕັນ, ຜູ້ຕາງໜ້າ​ດ້ານການ​ຄ້າ ອາ​ເມ​ລິ​ກາ Froman ຊີ້​ແຈ້ງວ່າ: ​​ເຖິງ​ວ່າ​ບໍ່​ທັນ​ກຳນົດ​ເວລາ​ ​ລະອຽດ​ ແຕ່ຈຸດປະສົງ​ຂອງ ອາ​ເມ​ລິກາ ​ແມ່ນ​ສິ້ນ​ສຸດການ​ເຈລະຈາ​ໃນ​ໄລຍະ​ສັ້ນໆ ​ ​ເພື່ອສາມາດຍື່ນ TPP ຕໍ່​ສະພາ​ແຫ່ງ​ຊາດ​​ໃຫ້ສັດຕະຍາ​ບັນ​ກ່ອນ​ທ້າຍ​ປີ 2015. ຜູ້ຕາງໜ້າ​ດ້ານການ​ຄ້າ​ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ການເຈລະຈາ​ບາງ​ຄັ້ງຈະ​ດຳ​ເນີນ​ໃນຊຸມວັນ​ຈະ​ມາ​ເຖິງ​​ເພື່ອແນ​ໃສ່​ຮັບ​ປະກັນວ່າ “ພວກ​ເຮົາ​ພວມ​ມຸ່ງ​ໄປ​ເຖິງ​ສິ້ນ​ສຸດ​ການ​ເຈລະຈາ”.

ຂ່າວ/ບົດ​ອື່ນ