ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນປະ​ຈຳ ຫວຽດ​ນາມ ຕີ​ລາ​ຄາ​ສູງກອງ​ທຶນ​ກັນ​ໂຄວິດ - 19

(VOVWORLD) -ສ່ວນທ່ານ ປ.ອ Kidong Park ຜູ້ຕາງໜ້າອົງການອະນາໄມໂລກ  ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ເລື່ອງລະດົມແຫຼ່ງກຳລັງເພື່ອຍົກສູງກຳລັງຄວາມສາມາດໃນການສຳຜັດກັບວັກຊິນກັນໂຄວິດ - 19 ຂອງລັດຖະບານ ຫວຽດນາມ ແມ່ນທັນການ ແລະ ເໝາະສົມກັບຂໍ້ລິເລີ່ມວັກຊິນທົ່ວໂລກ.
ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນປະ​ຈຳ ຫວຽດ​ນາມ ຕີ​ລາ​ຄາ​ສູງກອງ​ທຶນ​ກັນ​ໂຄວິດ - 19 - ảnh 1ພິທີເປີດຕົວກອງທຶນວັກຊິນກັນໂຄວິດ - 19 (ພາບ: VGP)

ຂໍ້ຕົກລົງສ້າງກອງທຶນວັກຊິນກັນໂຄວິດ - 19 ຂອງລັດຖະບານຫວຽດນາມ ໄດ້ຮັບການຕີລາຄາສູງຈາກບາງອົງການຈັດຕັ້ງສາກົນປະຈຳ ຫວຽດນາມ

ທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ (UN) ປະຈຳ ຫວຽດນາມ ໄດ້ຕີລາຄາວ່າ ການສ້າງກອງທຶນກັນໂຄວິດ - 19 ແມ່ນຂໍ້ລິເລີ່ມທີ່ດີ ແລະ ໄດ້ຮັບການສະໜັບສະໜູນຈາກ ສປຊ.

ສ່ວນທ່ານ ປ.ອ Kidong Park ຜູ້ຕາງໜ້າອົງການອະນາໄມໂລກ  ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ເລື່ອງລະດົມແຫຼ່ງກຳລັງເພື່ອຍົກສູງກຳລັງຄວາມສາມາດໃນການສຳຜັດກັບວັກຊິນກັນໂຄວິດ - 19 ຂອງລັດຖະບານ ຫວຽດນາມ ແມ່ນທັນການ ແລະ ເໝາະສົມກັບຂໍ້ລິເລີ່ມວັກຊິນທົ່ວໂລກ.

ທ່ານນາງ Caitlin Wiesen ຜູ້ຕາງໜ້າ ຂອງ UNDP ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໝາກຜົນຂອງການຄົ້ນຄ້ວາ ຂອງ UNDP ກ່ຽວກັບການລົງພຶດຕິກຳຕົວຈິງສຳລັບ ໂຄວິດ - 19 ສະແດງໃຫ້ເຫັນວ່າ ລະດັບແຜ່ຂະຫຍາຍ ແລະ ການສະໜັບສະໜູນຂອງປະຊາຊົນ ຫວຽດນາມ ຕໍ່ບັນດາລັດຖະນະໂຍບາຍຂອງ ລັດຖະບານ ແມ່ນຢູ່ໃນລະດັບພິເສດເມື່ອທຽບໃສ່ກັບບັນດາປະເທດຕ່າງໆໃນໂລກ.

ຕາມທ່ານ Giorgio Aliberti ເອກອັກຄະລັດຖະທູດ , ຫົວໜ້າຄະນະສະຫະພາບ ເອີລົບ ປະຈຳ ຫວຽດນາມ ແລ້ວ, ເລື່ອງສ້າງກອງທຶນ ແມ່ນສ່ວນໜຶ່ງທີ່ສຳຄັນໃນຍຸດທະສາດສັງລວມ ຮັບມືກັບໂລກລະບາດໂຄວິດ - 19 ຂອງ ຫວຽດນາມ. ທ່ານ Aiberti ໄດ້ຕີລາຄາສູງເລື່ອງລັດຖະບານ ຫວຽດນາມ ສວມບົດບາດຫຼັກແຫຼ່ງໃນການລະດົມ ແລະ ເຊື່ອມຕໍ່ບັນດາແຫຼ່ງກຳລັງໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ