ຜູ້ຕາງໜ້າສາສະໜາຕ່າງໆອວຍພອນປີໃໝ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ຜູ້ຕາງໜ້າສາສະໜາຕ່າງໆອວຍພອນປີໃໝ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1
ສະ​ມາ​ຄົມ​ສາ​ສະ​ໜາ ກາວ​ດ່າຍ
(ພາບ​ປະ​ກອບ)

(vovworld) – ​ຕອນ​ບ່າຍ​ວັນ​ທີ 5/2, ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ສາ​ສະ​ໜາ ກາວ​ດ່າຍ    ແລະ ສຳ​ນັກ​ສັງ​ຄະ​ລາດ ເຂດ​ຊວນ​ໂລກ ໄດ້​​​ມາຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ. ທ່ານ ເລ​ບ໋າ​ຈິ່ງ, ຮອ​ງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສ​ູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ ແລະ ຕ້ອນ​ຮັບ​ຄະ​ນະ. ໜ້າ​ທີ່ນີ້, ທ່ານ ຮອ​ງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສ​ູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເລ​ບ໋າ​ຈິ່ງ ປາດ​ຖະ​ໜາ​ຢາກ​ໃຫ້​ບັນ​ດາ​ຜູ້ມ​ີ​ຍົດ​ຖະ​ບັນ​ດາ​ສັກ ແລະ ບັນ​ດາ​ສ​າ​ສະ​ນິກ​ກະ​ຊົນ​ຂອງ​ສະ​ມາ​ຄົມ ສາ​ສະ​ໜາ ກາວ​ດ່າຍສືບ​ຕໍ່ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ສາ​ມັກ​ຄີ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ການ​ນຳ​ຄະ​ນະ​ກຳ​ມະ​ການ​ສ​ູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສຳ​ນັກ​ສັງ​ຄະ​ລາດ​ ຊວນ​ໂລກ ໂດຍ​ທ່ານ ຫງວຽນ​ວັນ​ຈ໋ຽນ, ປະ​ທານ​ສະ​ພາ​ມະ​ນຸດ​ສະ​ທຳເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ອວຍ​ພອນ​ປີ​ໃໝ່. ທີ່​ການ​ຕ້ອນ​ຮັບ, ທ່ານ ເລ​ບ໋າ​ຈິ່ງ ຢັ້ງ​ຢືນ​ວ່າ: ​ຄະ​ນະ​ກຳ​ມະ​ການ​ສ​ູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ​ບັນ​ດາ​ການ​ເຄື່ອນ​ໄຫວມະ​ນຸດ​ສະ​ທຳ ຂອງ​ສຳ​ນັກ​ສັງ​ຄະ​ລາດ ເຂດ​ຊວນ​ໂລກ ມີ​ບາດ​ກ້າ​ວ​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ສັງ​ຄະ​ລາດ, ເຈົ້າ​ອະ​ທິ​ການ, ສາ​ສະ​ນິກະ​ຊົນ ກັ​ບອ​ຳ​ນາດ​ການ​ປົກ​ຄອງ​ນັບ​ມື້​ນັບ​ສະ​ໜິດ​ຕິ​ພັນ​ຂຶ້ນ​ຕື່ມ. ທ່ານ​ຫວັງ​ວ່າ​ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ສາ​ສະໜາ​​ຄຼິດສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄະ​ນະ​ກ​ຳ​ມະ​ການ​ສາ​ມັກ​ຄີສາ​ສະໜາ​​ຄຼິດເຄື່ອນ​ໄຫວ​ເປັນ​ຢ່າງ​ດີກ່​ວາ​ອີກ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ຕໍ່​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ກັບ​ບັນ​ດາສາ​ສະ​ນິກະ​ຊົນ.


ຂ່າວ/ບົດ​ອື່ນ