ຜູ້ຕາງໜ້າຫວຽດນາມຢູ່ ສປຊ ຢັ້ງຢືນນະໂຍບາຍຂວໍ້າບາດຂອງ ອາເມລິກາ ຕ້ານ ກູບາ ແມ່ນບາດກ້າວຖອຍຫຼັງ

(VOVWORLD) -ໃນລະຫວ່າງວັນທີ 30 ຕຸລາ ແລະ ວັນທີ 01 ພະຈິກ, ສະມັດຊາ ສປຊ ຊຸດທີ 73 ໄດ້ຈັດຕັ້ງກອງປະຊຸມຄົບຄະນະ ປຶກສາຫາລື ແລະ ປ່ອນບັດຮັບຮອງເອົາຮ່າງມະຕິສະບັບເລກທີ  A/73/L.3  ກ່ຽວກັບ “ຄວາມຈໍາເປັນຕ້ອງຍົກເລິກບັນດາມາດຕະການຂວໍ້າບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງ ອາເມລິກາ ສໍາລັບ ກູບາ” ພາຍໃຕ້ການເປັນປະທານຂອງທ່ານນາງ Maria Fernanda Espinosa Garces ປະທານສະມັດຊາ.

ຜູ້ຕາງໜ້າຫວຽດນາມຢູ່ ສປຊ ຢັ້ງຢືນນະໂຍບາຍຂວໍ້າບາດຂອງ ອາເມລິກາ ຕ້ານ ກູບາ ແມ່ນບາດກ້າວຖອຍຫຼັງ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລືຮ່ວມ (ພາບ: Nguyen Thanh/TTXVN)

        ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລືຮ່ວມ, ຕາງໜ້າຝ່າຍຫວຽດນາມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈໍາ ສປຊ ໄດ້ເນັ້ນໜັກເຖິງບັນດາສັນຍານຕັ້ງໜ້າໃນການພົວພັນລະຫວ່າງ ອາເມລິກາ - ກູບາ ໃນຊຸມປີກ່ອນນີ້ ພວມຄ່ອຍໆສູນຫາຍໄປ ເມື່ອບັນດາມາດຕະການຂວໍ້າບາດ ແລະ ການລົງໂທດ ໄດ້ຮັບການປັບປຸງຄືນໃໝ່ ແລະ ເພີ່ມທະວີ ຈາກອໍານາດການປົກຄອງຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ນັບແຕ່ ເດືອນເມສາ 2017 ເປັນຕົ້ນມາ; ຢັ້ງຢືນນະໂຍບາຍດັ່ງກ່າວຂອງ ອາເມລິກາ ແມ່ນບາດເດີນຖອຍຫຼັງ ແລະ ເຮັດໃຫ້ສ້າງຄວາມເຄັ່ງຕຶງໃນການພົວພັນລະຫວ່າງສອງປະເທດເພີ່ມຂຶ້ນ. ເມື່ອແບ່ງປັນບົດຮຽນພຶດຕິກໍາຕົວຈິງຂອງຫວຽດນາມ, ທ່ານເອກອັກຄະລັດຖະທູດ ດັ້ງດິງກຸ໊ຍ ໄດ້ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຕ້ານການຈັດວາງບັນດາມາດຕະການຂວໍ້າບາດ ແລະ ກໍ່ຄວາມກົດດັນແຕ່ຝ່າຍດຽວບໍ່ວ່າຂອງປະເທດໃດ; ຢ້ັງຢືນຫວຽດນາມ ຈະປ່ອນບັດເຫັນດີຕໍ່ຮ່າງມະຕິຂອງກູບາ ແລະ ປາດຖະໜາວ່າ ຈະພ້ອມກັບປະຊາຄົມສາກົນຮຽກຮ້ອງໃຫ້ ອາເມລິກາ ຍົກເລີກນະໂຍບາຍຂວໍ້າບາດໃນທັນທີ, ສ້າງເງື່ອນໄຂໃຫ້ກູບາ ສາມາດຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການພັດທະນາຢ່າງສຸດຂີດ, ເຊື່ອມໂຍງເຂົ້າກັບເສດຖະກິດ ແລະ ການຄ້າຂອງໂລກ ດ້ວຍຄວາມຍຸຕິທໍາ ແລະ ສະເໝີພາບ.

ຕອບກັບ

ຂ່າວ/ບົດ​ອື່ນ