ຜູ້ຖືກສົງໄສຖືກຈັບຕົວຢູ່ໄທຍອມຮັບມີສ່ວນກ່ຽວຂ້ອງເຖິງ ເຫດວາງລະເບີດຢູ່ບາງກອກ

ຜູ້ຖືກສົງໄສຖືກຈັບຕົວຢູ່ໄທຍອມຮັບມີສ່ວນກ່ຽວຂ້ອງເຖິງ ເຫດວາງລະເບີດຢູ່ບາງກອກ - ảnh 1
(ພາບປະກອບ: Bangkok Post)

(vovworld) – ວັນ​ທີ 07/09, ໜັງ​ສື​ພິມ “the Nation” ຂອງ​ໄທ ​ໃຫ້​ຂ່າວ​ວ່າ, ຜູ້​ຖືກ​ສົງ​ໄສ​ຊາວ​ຕ່າງປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດຢູ່​ວິຫານ ​ເອ​ຮາ​ວັນ, ຢູ່​ນະຄອນຫຼວງ​ບາງ​ກອກ ​ເມື່ອ​ເດືອ​ນກ່ອນ ​ຖືກ​ຈັບ​ຕົວ​ໃນ​ວັນ​ທີ 01/09 ​ໄດ້​ຍອມຮັບ​ວ່າ ​ໄດ້​ຂົນ​ສົ່ງ​ລະ​ເບີດ​ລູກ​ໜຶ່ງ​ໃຫ້​ຜູ້​ນຸ່ງ​ເສື້ອ​ສີ​​ເຫຼືອ​ງທີ່​ຖືກ​ສົງ​ໄສ​​ວ່າ ແມ່ນ​ຜູ້​ວາງ​ລະ​ເບີດ. ຕາມ​ບົດ​ໜັງສືພິມ​ດັ່ງກ່າວ, ຜູ້​ຖືກ​ສົງ​ໄສ​ຖືກຈັບ​ຕົວ​ຢູ່​ແຂວງ ສະ​ແກ້ວ, ​ຕິດ​ກັບ​ເຂດ​ຊາຍ​ແດນ​ກຳ​ປູ​ເຈຍ, ຍັງ​ບໍ່​ທັນ​ຮູ້​ສັນຊາດ ​ແລະ ຊື່​ເທື່ອ, ​ໄດ້​ເປີດ​​ເຜີຍ​ກັບ​ນັກ​ສືບສວນ​ວ່າ ​ໄດ້​ຮັບ​ຄຳ​ສັ່ງ​ຂອງ​ຜູ້​ທີ່ມີ​ຊື່​ວ່າ “Izaan”, ຕ້ອງ​ຊື້​ບັນດາ​ອັດ​ຖຸລະ​ເບີດ​ທາງ​ອິນ​ເຕີ​ແນ​ດ. ພາຍຫຼັງ​ຜະລິດ​ລະ​ເບີດ​ສຳ​ເລດ, ຜູ້​ນີ້​ໄດ້​ລາຍ​ງານ​ກັບ Izaan ​ແລະ ​ໄດ້​ຮັບ​ຄຳ​ສັ່ງ​ສົ່ງ​ລະ​ເບ​ີດ​ໃຫ້​ຊາຍ​ຄົນ​ໜື່ງ​ນຸ່ງ​ເສຶ້ອ​ສີ​ເຫຼືອງ, ຜູ້​ຖືກ​ສົງ​ໄສ​ໄດ້​ວາງ​ລະ​ເບີດຢູ່​ວິຫານ ​ເອຣາວັນ. ຜູ້​ນີ້​ຍັງ​ໃຫ້​ຮູ​້ວ່າ, Izaan ​ໄດ້​ເດີນທາງ​ອອກ​ຈາກ​ໄທ ​ເມື່ອ​ວັນ​ທີ 16/08 ​ແລະ ​ໄດ້​ອອກ​ຄຳ​ສັ່ງ​​ໃຫ້​ຜູ້​ວາງ​ລະ​ເບີດ​ນຸ່ງ​ເສື້ອ​ສີ​ເຫຼືອງ ​ແລະ ຜູ້​ນຸ່ງ​ເສື້ອ​ສີຂຽວ ​ເຊິ່ງ​ຖືກ​ຖື​ວ່າ​ໄດ້​ວາງ​ລະ​ເບີດ​ຢູ່​ທ່າ​ກໍ່າ​ປັນ ສາທອນ ​ເມື່ອ​ວັນ​ທີ 18/08.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັບ, ວົງ​ການ​ເຈົ້າ​ໜ້າ​ທີ່​ໄທ ​ໄດ້​ອອກ​ຄຳ​ສັ່ງ​ຈັບ​ຕົວ​ຊາວ​ຕ່າງປະ​ເທດ 2 ຄົນ​ທີ່​ສົງ​ໄສ​ວ່າ​ກ່ຽວ​ຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ຢູ່​ບາງ​ກອກ ​ແລະ ສໍ້​ຖາມ ຊາວອີນ​ເດຍ 2 ຄົນ ຢູ່​ເຂດ​ເຮືອນລວມ​ໃນ​ສະຖານ​ທີ່​​​ເຊິ່ງບັນດາ​ນັກ​ສືບສວນເກັບ​ກຳ​​ວັດ​ຖຸລະ​ເບີດ​ໄດ້.

ຂ່າວ/ບົດ​ອື່ນ