ຜູ້ທີ່ປຶກສາລັດມຽນມາຮຽກຮ້ອງສາມັກຄີເພື່ອພື້ນຖານສັນຕິພາບຕະຫຼອດໄປ

ຜູ້ທີ່ປຶກສາລັດມຽນມາຮຽກຮ້ອງສາມັກຄີເພື່ອພື້ນຖານສັນຕິພາບຕະຫຼອດໄປ - ảnh 1
ທ່ານ​ນາງ Aung San Suu Kyi, ທີ່​ປຶກສາ​ລັດ ມຽນມາ
(ພ​າບ: Reuters)

(vovworld) – ວັນ​ທີ​ 15/8, ທ່ານ​ນາງ Aung San Suu Kyi, ທີ່​ປຶກສາ​ລັດ ມຽນມາ, ຮຽກຮ້ອງ​ຄວາມ​ເຫັນ​ດີ​​ເຫັນ​ພ້ອມ​ຢ່າງ​ກ້ວາງ​ຂວາງ​ໃນ​ການ​ຊອກ​ຫາພື້ນຖານ​ສັນຕິພາບ​ຕະຫຼອດ​ໄປ​ຢູ່​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ​ຄະນະ​ກຳມະການ​ການ​ຕ່າງປະ​ເທດ​ລວມກ່ຽວ​ກັບ​ສັນຕິພາບ​ສະຫະລັດ (UPDJC) ຢູ່​ນະຄອນຫຼວງ Nay Pyi Taw, ທ່ານ​ນາງ Aung San Suu Kyi, ປະທານ UPDJC, ຖະ​ແຫຼ​ງ​ວ່າເລື່ອງ ມຽນມາ ບໍ່​ມີ​ສັນຕິພາບ​ນັບ​ແຕ່​ເມື່ອຍ​າດ​ເອ ົາ​ເອກະລາດ​ແມ່ນ​ຍ້ອນ​ວ່າ​ບໍ່​ຕອບ​ສະໜອງ​ໄດ້​ຄວາມ​ມຸ່ງ​ມາດ​ປ​າດຖະໜາ​ຂອງ​ປະຊາຊົນ, ພ້ອມທັງ​ກ່າວ​ເຕືອນ​ສະພາບ​ນີ້​ມີ​ໄພ​ເຮັດ​ໃຫ້​ສະພາບ​ເສດຖະກິດ​ຖືກ​ລົ້ມ​ລະ​ລາຍ. ທ່ານ​ນາງ​​ໄດ້​ຊີ້​ແຈ້ງ​ຄວາມ​ຈຳ​ເປັນ​ຕ້ອງ​ມານະ​ພະຍາຍາມ​ເພື່ອ​ສັນຕິພາບ​ຂອງ ມຽນມາ ​ແຕ່​ບໍ່​ປະລະ​ໜ້າ​ທ່ີ​ພັດທະນາ​ເສດຖະກິດ - ສັງຄົມ. ທ່ານ​ນາງ​ກໍ່​ຮຽກຮ້ອງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊີ່ງ​ກັນ ​ແລະ ກັນ ກໍ່​ຄື​ຄວາມ​ສາມັກຄີ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ເຊື້ອ​ຊາດ Panglong ສະຕະວັດ​ທີ 21 ຈະ​ມາ​ເຖິງ ​ໃຫ້ບັນລຸ​ຜົນສຳ​ເລັດ. ກອງ​ປະຊຸມ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ທຳ​ອິດ​ເພື່ອ​ມຸ່ງ​ໄປ​ເຖິງ​ສະຫະລັດ ມຽນມາ ​ທີ່​ໝັ້ນຄົງເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ