ຜູ້ທີ່ປຶກສາແຫ່ງລັດມຽນມາຢ້ຽມຢາມສິງກະໂປຢ່າງເປັນທາງການ

ຜູ້ທີ່ປຶກສາແຫ່ງລັດມຽນມາຢ້ຽມຢາມສິງກະໂປຢ່າງເປັນທາງການ - ảnh 1
ທ່ານ​ນາງ Aung San Suu Kyi ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ 
ແລະ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫລີ​ຊຽນ​ຫລົງ.
ພາບ:TTXVN


(vovworld)-  ​ວັນ​ທີ 30/11, ທ່ານ​ນາງ Aung San Suu Kyi ຜູ້​ທີ່​ປຶກ​ສາ​ແຫ່ງ​ລັດ ທັ​ງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມຽນ​ມາ ໄດ້​ເດີນ​ທາ​ງ​ໄປ​ຢ້ຽມ​ຢາມ ສິງ​ກະ​ໂປ ໃນ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ທີ່​ແກ່​ຍາວ​ໃນ​ເວ​ລາ 3 ວັນ. ນະ​ທີ່ນີ້ ທ່ານ​ນາງ Suu Kyi ໄດ້​ມີ​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ເຈົ້າ​ພາບ ຫລີ​ຊຽນ​ຫລົງ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາງ Suu Kyi ໄດ້​ຢືນ​ຢັນ​ວ່າ: ມຽນ​ມາ ພວມ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ແຕ່​ດ້ວຍ​ການ​ຊ່ວຍ​ເຫລືອ, ຄວາມ​ເຂົ້າ​ໃຈ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ປະ​ຊາ​ຊົນ ແລະ ລັດ​ຖະ​ບານ ມຽ​ນ​ມາ ອາດ​ຈະມີ​ການ​ປ່ຽນ​ແປງ ແລະ ຜ່ານ​ຜ່​າບ​ັ​ນ​ດາ​ຄວາມ​ຫຍຸ້ງ​ຍາກນັ້ນ.

ກ່ອນ​ຫນ້າ​ນັນ ກ່າວ​ຄຳ​ເຫັ​ນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ຜູ້​ຕາ​ງ​ຫນ້າ​ຂັ້​ນ​ສູງ​ບັນ​ດາ​ວິ​ສາ​ຫະ​ກິດ ສິງ​ກະ​ໂປ, ທ່ານ​ນາງ Suu Kyi ຖະ​ແຫລງວ່າ ບັນ​ຫາ​ປອງດອງ​ໄກ່​ເກຍ​ຊາດ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ເພື່ອ​ໃຫ້​ປະ​ເທດນີ້​ດຶງ​ດູດ​ການ​ລົງ​ທຶນ. ປະ​ຈຸ​ບັນ ສິງ​ກະ​ໂປ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 3 ແລະ ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ 2 ຂອງ​ມຽນ​ມາ ຖັດ​ຈາກ​ຈີນ ແລະ ໄທ.


ຕອບກັບ

ຂ່າວ/ບົດ​ອື່ນ