ຜັນຂະຫຍາຍກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນແລະວຽກງານເລືອກຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ຜັນຂະຫຍາຍກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນແລະວຽກງານເລືອກຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 22/03, ຢູ່​ຮ່າ​ໂນ້ຍ ກະຊວງ​ພາຍ​ໃນ ຫວຽດນາມ ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​​ອຳນາດ​ການ​ປົກຄອງທ້ອງ​ຖິ່ນ ​ແລະ ວຽກ​ງານ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ເຖິງ 25 ​ແຂວງ, ນະຄອນ​ພາກ​ເໜືອ. ທີ່​ກອງ​ປະຊຸມບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ແລກປ່ຽນ ​ແລະ ປຶກສາ​ຫາລື​ຫລາຍ​ຈຸດ​ໃໝ່​ຂອງ​ກົດໝາຍ​ວ່າ​ດ້ວຍ​ອຳນາດ​ການ​ປົກຄອງທ້ອງ​ຖິ່ນ, ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ, ​ມີ​ບາ​ງເນື້ອ​ໃນ​ໃນ​ເອກະສານ​ຂອງ​ຄະນະ​​ປະຈຳສະພາ​ແຫ່ງ​ຊາດ, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກໍ່​ຄື​ບັນດາກໍລະນີທີ່​ເກີດ​ຂຶ້ນ​ໃໝ່​ໃນວິວັດ​ການ​ແຫ່ງ​ເລືອກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ກ່ຽວ​ກັບ​ຈຸດ​ໃໝ່​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ​ແລ​ະ ບັນດາ​ບັນຫາ​ທີ່ຄວນ​ໃສ່​ໃຈ​​ໃນ​ວິວັດ​​ແຫ່ງການຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຈະ​ມາ​ເຖິງ. ທ່ານ​ນາງ ຫງວຽນ​ເຟືອງ​ຖູ​ຍ ຮອງ​ຫົວໜ້າ​ກົມ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ໃຫ້​ຮູ່ວ່າ:

        “ ປະຈຸ​ບັນໝາກຜົນ​​ແຫ່ງ​ການ​ເຈລະຈາ​ຄັ້ງ​ທີ 2 ພວກ​ຂ້າພະ​​ເຈົ້າ​ໄດ້​ອັບ​ເດັດ​ຈຳນວນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກສະພາ​ປະຊາຊົນ​ຂັ້ນ​ແຂວງ ​ທີ່​​ເຫຼືອ​ອອກຮັບປະກັນ​ຄວາມ​ຮຽກ​ຮ້ອງ​ທີ່​ໄດ້​ວາງ​ອອກ​ໂດຍ​ພື້ນຖານ ມີ​ຈຳນວນ​ເຫຼືອ​ຫລາຍອັດຕາສ່ວນ​ລວ​ມ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ​​ທັງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ມີ​ຈຳນວນ​​ເຫຼືອ​ຫລາຍ​ກ່ວາທົບ 2 ​ເທົ່າ. ສ່ວນ​ຢູ່​ທ້ອງ​ຖິ່ນ​ແມ່ນ​ເຫຼືອ​ກ່ວາ​ທົບ 3 ​ເທົ່າ. ຕົວ​ເລກ​ນີ້ ​ແມ່ນ​ສູງ​ກ່ວາ​​ເມື່ອ​ທຽບ​ໃສ່​ອາຍຸ​ການ​ຊຸດ​ທີ 13”.

 

ຂ່າວ/ບົດ​ອື່ນ