ຜັນຂະຫຍາຍການນຳໃຊ້ລະບົບເຊື່ອມຕໍ່, ຊ່ວຍໜູນຜູ້ອອກແຮງງານຫວຽດນາມຢູ່ຕ່າງປະເທດ

(VOVWORLD) -ຕອນບ່າຍວັນທີ 24 ກຸມພາ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ ພວມເລັ່ງໃສ່ການຜັນຂະຫຍາຍ, ປະຕິບັດບັນດາມາດຕະການແກ້ໄຂ, ແນໃສ່ຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານຢູ່ບັນດາຕະຫຼາດຕ່າງປະເທດ, ພິເສດແມ່ນຢູ່ ສ.ເກົາຫຼີ, ຍີປຸ່ນ, ໄຕ້ຫວັນ ປະເທດຈີນໃນກໍລະນີໂລກລະບາດ Covid- 19 ລະເບີດຂຶ້ນຢູ່ບັນດາປະເທດ ແລະ ເຂດແຄ້ວນນີ້.
ຜັນຂະຫຍາຍການນຳໃຊ້ລະບົບເຊື່ອມຕໍ່, ຊ່ວຍໜູນຜູ້ອອກແຮງງານຫວຽດນາມຢູ່ຕ່າງປະເທດ - ảnh 1ໂລກລະບາດ Covid- 19 ພວມແຜ່ລະບາດຢູ່ ສ.ເກົາຫຼີ 

ເປັນໜ້າສົນໃຈ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຜັນຂະຫຍາຍການນຳໃຊ້ລະບົບເຊື່ອມຕໍ່, ຊ່ວຍໜູນດ່ວນຜ່ານໂທລະສັບມືຖື ໃຫ້ແກ່ຜູ້ອອກແຮງງານຫວຽດນາມຢູ່ຕ່າງປະເທດ, ພິເສດແມ່ນຢູ່ ສ.ເກົາຫຼີ ແລະ ຍີປຸ່ນ.

    ໃນຂະນະນັ້ນ, ກະຊວງສາທາລະນະສຸກຫວຽດນາມ ໄດ້ ຜັນຂະຫຍາຍການປະຕິບັດ ນຳໃຊ້ໃບແຈ້ງອາການສຸຂະພາບແບບບັງຄັບສຳລັບບັນດາຜູ້ໂດຍສານທີ່ເຂົ້າເມືອງຫວຽດນາມຈາກ ສ.ເກົາຫຼີ ນັບແຕ່ເວລາ 15 ໂມງຂອງວັນທີ 23 ກຸ່ມພາຢູ່ດ່ານຕ່າງໆ. ບັນດາຜູ້ ເຂົ້າເມືອງຫວຽດນາມຈາກ ສ.ເກົາຫຼີ ຖ້າຫາກປະກົດມີອາການເປັນໄຂ້, ໄອ, ຫາຍໃຈຝືດ ຈະຖືກແຍກຕົວຢູ່ຕ່າງຫາກຢູ່ຕາມໂຮງໝໍໃນເວລາ 14 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ